ຄຊກມດ ຮ່າງບົດລາຍງານແຫ່ງຊາດປະຈໍາໄລຍະທີ 10

ລະຫວ່າງວັນທີ 25 ເມສາ ຫາວັນທີ 4 ພຶດສະພາ 2022 ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຈັດກອງປະຊຸມຮ່າງບົດລາຍງານແຫ່ງຊາດ ປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງຢູ່ ສປປ ລາວ ໃນຮູບແບບທາງໄກ ແລະ ແບບເຊິ່ງໜ້າ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ທ່ານນາງ ມາຣຽມ ອາຄານ ຜູ້ຕາງໜ້າ UNFPA ປະຈໍາລາວ ມີບັນດາຜູ້ຕາງໜ້າຈາກກະຊວງອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ນາງ ຈັນໂສດາ ພອນທິບ ໄດ້ກ່າວວ່າ: ນັບຕັ້ງແຕ່ເຂົ້າເປັນພາຄີ ກໍໄດ້ຈັດຕັ້ງຜັນຂະຫຍາຍ ໂດຍເຊື່ອມເອົາເນື້ອໃນຈິດໃຈຂອງສົນທິສັນຍາດັ່ງກ່າວເຂົ້າໃນແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ ກົດໝາຍ ດໍາລັດ ຂໍ້ຕົກລົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ອັນພົ້ນເດັ່ນແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍສະເພາະວຽກດັ່ງກ່າວຄື: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ພ້ອມນັ້ນ ກໍຍັງມີວິໄສທັດ ຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ຄວາມຮຸນແຮງຕໍ່ແມ່ຍິງໃນແຕ່ລະໄລຍະ ເຊິ່ງເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດເຂົ້າໜ້າວຽກຕົວຈິງຂອງຕົນ ແລະ ຍັງໄດ້ສ້າງຕັ້ງກົນໄກສະເພາະໃນການຕິດຕາມການຈັດຕັ້ງປະຕິບັດກໍຄື ຄຊກມດ ທີ່ມີພັນທະລາຍງານຕໍ່ລັດຖະບານ ຄະນະກຳມາທິການດພື່ອ ແມ່ ແລະ ເດັກ (ຄກມດ) ຂະແໜງການ ແລະ ທ້ອງຖິ່ນ ທີ່ຕ້ອງໄດ້ຕິດຕາມ ແລະ ລາຍງານໃຫ້ ຄຊກມດ ໄດ້ປະຕິບັດພັນທະໃນການສົ່ງບົດລາຍງານແຫ່ງຊາດການຈັດຕັ້ງປະຕິບັດສົນທິສັນຍາຊີດໍ (State Party Report) ໃຫ້ອົງການ ສປຊ ທັງໝົດ 3 ສະບັບແລ້ວ ກວມເອົາ 9 ໄລຍະ ສະບັບທີ 1 ກວມເອົາໄລຍະ 1-5 ສົ່ງບົດລາຍງານໃຫ້ ສປຊ ໃນປີ 2003 ສະບັບທີ 2 ກວມເອົາໄລຍະ 6-7 ສົ່ງບົດລາຍງານໃຫ້ ສປຊ ໃນປີ 2008 ແລະ ສະບັບທີ 3 ກວມເອົາໄລຍະ 8-9 ສົ່ງບົດລາຍງານໃຫ້ ສປຊ ໃນ ວັນທີ 3 ສິງຫາ 2017.

    ສ່ວນບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ນີ້ ເປັນບົດລາຍງານສະບັບທຳອິດຂອງລາວ ທີ່ນຳໃຊ້ກົນໄກຂອງລັດຖະບານໃນການຮ່າງບົດລາຍງານ ໂດຍບໍ່ໄດ້ມີຊ່ຽວຊານຊ່ວຍ ແລະ ກໍຈະເປັນບົດລາຍງານທຳອິດທີ່ສົ່ງທັນກຳນົດເວລາໃນເດືອນທັນວາ 2022 ຕາມການສະເໜີແນະຂອງອົງການ ສປຊ ເຊິ່ງເປັນການສະແດງເຈດຈໍານົງອັນແຮງກ້າ ຂອງພັກ ແລະ ລັດຖະບານ ໃນການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຍົກສູງຄວາມສະເໝີພາບຍິງ-ຊາຍ ລວມເຖິງຕ້ານທຸກຮູບການຈຳແນກຕໍ່ແມ່ຍິງ ຕໍ່ວົງຄະນາຍາດສາກົນ ກໍຄືການປະຕິບັດພັນທະຕໍ່ສົນທິສັນຍາດັ່ງກ່າວ.

# ຂ່າວ – ພາບ :  ບຸນມີ

error: Content is protected !!