ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍການສົ່ງເສີມ ຈວນກ (ສະບັບປັບປຸງ)

    ກຳມາທິການກົດໝາຍ ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງອຸດສະຫະກຳ ແລະ ການຄ້າ ຈັດກອງປະຊຸມ ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍ ຈວນກ ວັນທີ 26 ເມສາ 2022 ທີ່ໂຮງແຮມລາວພລາຊາ ເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີທ່ານປະທານ ຮອງປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກຳມາທິການກົດໝາຍ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ສູນທອນ ໄຊຍະຈັກ ກ່າວວ່າ  ການສ້າງ ແລະ ປັບປຸງກົດໝາຍ ເປັນວຽກງານໜຶ່ງທີ່ສຳຄັນຂອງສະພາແຫ່ງຊາດຕາມ 3 ພາລະບົດບາດຂອງສະພາແຫ່ງຊາດ ສະນັ້ນ ການຈັດກອງປະຊຸມຄັ້ງນີ້ ຈຶ່ງມີຄວາມໝາຍສຳຄັນ ເພາະຈະເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ ຮັດກຸມ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນມິຖຸນານີ້.

    ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນເຊິ່ງກັນ ແລະ ກັນ ໂດຍມີການປັບປຸງຕໍ່ເນື້ອໃນຂອງຫຼາຍມາດຕາ ເພື່ອເຮັດໃຫ້ມີຄວາມຄົບຖ້ວນ ຮັດກຸມ ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດທ້າຍເດືອນເມສານີ້ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງມີປະສິດທິຜົນ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!