ສະຫຼອງວັນຊັບສິນທາງປັນຍາໂລກ

    ວັນທີ 26 ເມສາ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພະນັກງານວິຊາການ ສະມາຄົມນັກທຸລະກິດໜຸ່ມ ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

    ການຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກໃນປີນີ້ ພາຍໃຕ້ຄຳຂວັນ: “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ເພື່ອອະນາຄົດທີ່ດີກວ່າ” ເຊຶິ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ທັງເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ ເສີມຂະຫຍາຍຫົວຄິດປະດິດສ້າງ ຫົວຄິດປະດິດແຕ່ງທາງດ້ານສິລະປະກໍາ ແລະ ວັນນະກໍາ ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ.

    ໃນງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກນີ້ ຍັງໄດ້ມີການຈັດກອງປະຊຸມສໍາມະນາກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ ໂດຍສະເພາະ ໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ ມຸມມອງໃໝ່ ຄວາມກະຕືລືລົ້ນໃນການຮຽນຮູ້ ກ້າທົດລອງການປະດິດສ້າງສິ່ງໃໝ່ໆ ເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ ໂປຣແກຣມຄອມພິວເຕີ ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ. ສຳລັບໄວໜຸ່ມຢູ່ໃນພາກທຸລະກິດ ກໍໄດ້ສ້າງສັນຜົນງານການອອກແບບແຟຊັ່ນ ສ້າງສັນສິລະປະດົນຕີ ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບພລິເຄຊັນໃນໂທລະສັບມືຖື ເປັນຕົ້ນ: ແອັບບໍລິການລົດແທັກຊີອອນໄລ ໂລກາ ແຮນດີ ທີ່ເປັນແພລດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ເຊິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ.

       # ຂ່າວ – ພາບ : ວຽງມາ

error: Content is protected !!