ວັນທີ 22 ເມສາ ຜ່ານມາ ໄດ້ມີການຂົນສົ່ງໝາກຖົ່ວລຽນ ອັນເປັນໝາກໄມ້ລືຊື່ຂອງໄທ ຜ່ານການຂົນສົ່ງສິນຄ້າຂອງລົດໄຟລາວ-ຈີນ ຕາມລາຍງານໃຫ້ຮູ້ວ່າ: ໝາກຖົ່ວລຽນຈຳນວນ 642 ໂຕນ ໄດ້ຖືກຂົນສົ່ງມາຮອດສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ໂດຍຜ່ານການຈັດການດຳເນີນທຸລະກຳຂົນສົ່ງທີ່ມີປະສິດທິພາບຂອງລົດໄຟລາວ-ຈີນ ຫຼັງຈາກໄດ້ຂົນສົ່ງໄປຮອດດ່ານບໍ່ຫ່ານແລ້ວ ກໍໄດ້ທຳການຈັດສົ່ງໄປຍັງຈຸດໝາຍປາຍທາງ.

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ນຳໃຊ້ນະໂຍບາຍການຂົນສົ່ງສິນຄ້າສົດ “5 ສິດທິພິເສດ” ກໍຄື: ສິດທິພິເສດໃນການວາງແຜນ ສິດທິພິເສດໃນການຈັດລົດ ສິດພິເສດໃນການບັນທຸກໃສ່ລົດ ສິດພິເສດໃນການເກາະຂົນສົ່ງ ແລະ ສິດພິເສດໃນການຍໍລົງລົດ ຜ່ານການກວດກາ ແລະ ຄວບຄຸມຢ່າງດີ ພາຍຫຼັງລົດບັນທຸກໝາກຖົ່ວລຽນຈຳນວນ 642 ໂຕນ ໄດ້ຂົນສົ່ງມາຮອດສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ແລ້ວ ກໍໄດ້ໃຊ້ເວລາພຽງ 1 ຊົ່ວໂມງໃນການດຳເນີນການຂົນຍ້າຍໝາກຖົ່ວລຽນຈຳນວນ 27 ຕູ້ຄອນເທນເນີໃສ່ລົດໄຟຂົນສົ່ງສິນຄ້າ ແລະ ໄດ້ທໍາການຂົນສົ່ງມາຮອດສະຖານີນາເຕີຍ ຜ່ານການດຳເນີນທຸລະກໍຳຢ່າງວ່ອງໄວຂອງສະຖານີນາເຕີຍໄດ້ ກໍເຮັດໃຫ້ສາມາດຂົນສົ່ງຕໍ່ສຳເລັດພາຍໃນຕອນບ່າຍຂອງມື້ດຽວກັນ.

ຜ່ານການຂົນສົ່ງທາງລົດໄປຍັງສະຖານີລົດໄຟວຽງຈັນໃຕ້ ແລະ ຂົນສົ່ງຕໍ່ດ້ວຍລົດໄຟລາວ-ຈີນ ໄປຍັງສະຖານີນາເຕີຍ ຫຼັງຈາກນັ້ນ ກໍສືບຕໍ່ຂົນສົ່ງຈາກສະຖານີບໍ່ຫ່ານເພື່ອສົ່ງໄປຍັງຄຸນໝິງ ກວາງໂຈ່ວ ສົງຊິ້ງ ຊຽງໄຮ້ ແລະ ເມືອງອື່ນໆ ໄດ້ກາຍເປັນທີ່ຊັດເຈນຫຼາຍຂຶ້ນວ່າ ການຂົນສົ່ງຜ່ານທາງລົດໄຟບໍ່ ພຽງແຕ່ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍຂອງການຂົນສົ່ງ ແຕ່ຍັງຍົກລະດັບການຂົນສົ່ງໃຫ້ມີປະສິດທິພາບສູງ ນອກຈາກນັ້ນ ການຂົນສົ່ງທາງລົດໄຟ ຍັງຊ່ວຍປະຢັດວລາໃນການຂົນສົ່ງລົງເຖິງ 2-3 ວັນ ເມື່ອທຽບໃສ່ການຂົນສົ່ງທາງລົດ ເຮັດໃຫ້ປະເທດບ້ານໃກ້ເຮືອນຄຽງເຊັ່ນ: ປະເທດໄທ ມຽນມາ ແລະ ຫວຽດນາມ ຫັນມານຳໃຊ້ການຄົມມະນາຄົມຂົນສົ່ງຂອງລາວໃນການຂົນສົ່ງສິນຄ້າໄປຍັງພາກພື້ນ ກໍຄືສາກົນ ນັບມື້ນັບຫຼາຍຂຶ້ນ.

ກ່ອນໜ້ານີ້ ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຍັງໄດ້ຈັດຕັ້ງການຂົນສົ່ງຜະລິດຕະພັນທ້ອງຖິ່ນທີ່ເປັນເອກະລັກສະເພາະຂອງລາວເຊັ່ນ: ໝາກເດືອຍ ເມັດກາເຟ ແລະ ຜະລິດຕະພັນກະສິກໍາອື່ນໆຂອງລາວໄປສູ່ ສປ ຈີນ ນອກນີ້ ຕາມການລາຍງານໄດ້ໃຫ້ຮູ້ວ່າ ໝາກໄມ້ສົດ ແລະ ຜະລິດຕະພັນກະສິກຳອື່ນໆ ປະມານ 3.000 ໂຕນ ແມ່ນຍັງຈະຖືກຂົນສົ່ງຜ່ານທາງລົດໄຟລາວ-ຈີນພາຍໃນເດືອນນີ້ອີກດ້ວຍ ເປັນຂີດໝາຍວ່າທາງລົດໄຟລາວ-ຈີນ ຈະກາຍເປັນຊ່ອງທາງຕົ້ນຕໍໃນການເຊື່ອມໂຍງເຊື່ອມຕໍ່ຂົນສົ່ງສິນຄ້າກະສິກຳຂອງບັນດາປະເທດອາຊຽນ ໄປຍັງ ສປ ຈີນ ກໍຄືພາກພື້ນສາກົນ.