ສຸມໃສ່ການລົງທຶນດ້ານໂພຊະນາການ ເພື່ອການພັດທະນາຄຸນນະພາບຊີວິດ

    ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີ ຄັ້ງທີ 3 ຂອງໂຄງການການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ (NIPN) ໃນວັນທີ 26 ເມສາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະບໍລິຫານງານໂຄງການ ທ່ານ ນາງ Ina MARCIULIONYTÉ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ທ່ານ ນາງ Dr Pia Rebello BRITTO ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສອດຄ່ອງກັບສະພາບປັດຈຸບັນ ໃນສະພາບການຂອງ COVID-19 ເຊິ່ງສົ່ງຜົນກະທົບຕໍ່ໂພຊະນາການ ແລະ ການຄ້ໍາປະກັນສະບຽງອາຫານຢ່າງໃຫ່ຍຫຼວງ ໜຶ່ງໃນຜົນໄດ້ຮັບຂອງການວິເຄາະທີ່ສໍາຄັນນັ້ນ ແມ່ນພາວະການຂາດອາຫານ ເຮັດໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນປະເທດຕໍ່ປີເຖິງ 2,66% ໃນ ສປປ ລາວ ມູນຄ່າການໃຊ້ຈ່າຍວຽກງານໂພຊະນາການທັງໝົດຂອງປະເທດແມ່ນ 204,2 ລ້ານໂດລາສະຫະລັດ ປະມານ 2.455,2 ຕື້ກີບ ໃນນັ້ນ 19,1 ລ້ານໂດລາ (9%) ປະມານ 229,6 ຕື້ກີບ ມາຈາກແຫຼ່ງທຶນພາຍໃນ ແລະ ເຫຼືອນັ້ນ 184,8 ລ້ານໂດລາ (91%) ປະມານ 2.222 ຕື້ກີບ ແມ່ນມາ ຈາກທຶນຊ່ວຍເຫຼືອຂອງສາກົນ ໂດຍຜ່ານຄູ່ຮ່ວມພັດທະນາ ເຊັ່ນດຽວກັນກັບບັນດາຫຼັກຖານດ້ານໂພຊະນາການຂອງສາກົນ ໄດ້ສະແດງໃຫ້ເຫັນວ່າ ການລົງທຶນເຂົ້າໃນດ້ານໂພຊະນາການທຸກໆ 1 ໂດລາ ປະມານ 12 ພັນກີບ ປະເທດຈະໄດ້ຮັບຜົນຕອບແທນຄືນເຖິງ 16 ໂດລາ ປະມານ 192.383 ກີບ.

    ທ່ານ ນາງ Ina MARCIULIONYTÉ ໄດ້ກ່າວວ່າ: ການເພີ່ມທຶນພາກລັດໃຫ້ແກ່ວຽກງານໂພຊະນາການແມ່ນສໍາຄັນຫຼາຍ ເພື່ອເຮັດໃຫ້ຜົນສໍາເລັດໃນຊຸມປີຜ່ານມາໃຫ້ມີຄວາມຍືນຍົງ ການດໍາເນີນງານຂອງແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການໃໝ່ (2021-2025) ໄດ້ຮຽກຮ້ອງໃຫ້ມີຄວາມມຸ່ງໝັ້ນ ແລະ ການລົງທຶນທີ່ເຂັ້ມແຂງຂຶ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

    ທ່ານ ນາງ Dr Pia Rebello BRITTO ກ່າວວ່າ: ຂະນະທີ່ ສປປ ລາວ ໄດ້ກະກຽມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ (LDC) ໃນປີ 2025 ຕ້ອງໄດ້ເພີ່ມຄວາມພະຍາຍາມຫຼາຍຂຶ້ນ ໃນການຕອບສະໜອງຄວາມໜັ້ນຄົງດ້ານສະບຽງອາຫານ ແລະ ຄວາມຕ້ອງການດ້ານໂພຊະນາການຂອງເດັກນ້ອຍ ແລະ ແມ່ຍິງ ຈໍາເປັນຕ້ອງມີການປະຕິບົດແບບຫຼາຍຂະແໜງການຢ່າງຮອບດ້ານ ແລະ ກວ້າງຂວາງ ເພື່ອຈະຮັບປະກັນການປັບປຸງຕົ້ນທຶນມະນຸດທີ່ຈໍາເປັນຂອງ ສປປ ລາວ ນັ້ນແມ່ນລູກຫຼານຂອງພວກເຮົາ ພວກເຮົາຕ້ອງຮັບປະກັນວ່າ ພວກເຂົາສາມາດມີທ່າແຮງໃນການຈະເລີນເຕີບໂຕໄດ້ຢ່າງເຕັມສ່ວນ ໃນສະພາບແວດລ້ອມທີ່ປອດໄພ ແລະ ມີສຸຂະພາບທີ່ດີ.

# ຂ່າວ – ພາບ :  ບຸນມີ

error: Content is protected !!