ສົ່ງເສີມໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ

    ກອງປະຊຸມການເລີ່ມຕົ້ນໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 26 ເມສາ 2022 ຢຸ່ພະແນກກະສິກໍາ ແລະ ປ່າໄມ້ ນວ ໂດຍມີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ Lee Eungho ຫົວໜ້າໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ມີບັນດາທ່ານຫົວໜ້າກົມປູກຝັງ ກົມແຜນການ ແລະ ການເງິນ ພະແນກການ ຂະແໜງ ການກ່ຽວຂ້ອງ ແລະ ກຸ່ມການຜະລິດ ເຂົ້າຮ່ວມ.

    ທ່ານ ຫຼ້າສາຍ ນວນທາສິງ ກ່າວວ່າ: ການສົ່ງເສີມໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ທີ່ກຳລັງຈັດຕັ້ງປະຕິບັດຮ່ວມກັບສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຫາດດອກແກ້ວ ຢູ່ 4 ບ້ານເປົ້າໝາຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວເປັນໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໂດຍມີຈຸດປະສົງເພື່ອຜະລິດພືດຜັກເປັນສິນຄ້າ ຜະລິດພືດຜັກໃຫ້ມີຄຸນນະພາບຕາມມາດຕະຖານກະສິກຳສະອາດຂອງ ສປປ ລາວ ສະໜອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊາວກະສິກອນຢູ່ໃນ 4 ບ້ານເປົ້າໝາຍຂອງເມືອງຫາດຊາຍຟອງ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະບາດກ້າວ ທັງເປັນການຈັດຕັ້ງປະຕິບັດການຜັນຂະຫຍາຍຂໍ້ຕົກລົງ 99/ນຍ ຂອງລັດຖະບານ ການຜັນຂະຫຍາຍຂໍ້ຕົກລົງ 856/ຈນວ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງ ນວ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ຄັ້ງທີ IX ເວົ້າລວມ ເວົ້າສະເພາະ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ເມືອງຫາດຊາຍຟອງວາງອອກເທື່ອລະກ້າວ.

# ຂ່າວ – ພາບ : ສີພອນ

error: Content is protected !!