ປະກອບສ່ວນຊ່ວຍເຫຼືອສູນສັງຄົມສົງເຄາະ ນວ 200 ລ້ານກີບ

    ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະຜູ້ດ້ອຍໂອກາດຕ່າງໆ ດັ່ງນັັ້ນ ວັນທີ 26 ເມສາ 2022 ທ່ານນາງ ອາລຸນນີ ກົມມະສິດ ພ້ອມດ້ວຍຄະນະ ໄດ້ນຳເງິນ ແລະ ເຄື່ອງອຸປະໂພກບໍລິໂພກມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ທີ່ຫ້ອງວ່າການປົກຄອງ ນວ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ມີເງິນສົດ 200 ລ້ານກີບ ປ່ອງປາ 10 ແກັດ ຜ້າປິດປາກ-ດັງ 2 ແກັດ ເງິນ ແລະ ເຄື່ອງຈຳນວນດັ່ງກ່າວ ຈະມອບຕໍ່ໃຫ້ສູນສັງຄົມສົງເຄາະ ນວ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງຜູ້ອາໄສໃນສູນດັ່ງກ່າວ ໃນໄລຍະຜ່ານມາ ສູນແຫ່ງນີ້ກໍໄດ້ຮັບການຊ່ວຍຈາກຫຼາຍພາກສ່ວນໃນສັງຄົມ ແຕ່ຍັງບໍ່ພຽງກັບຄວາມຕ້ອງການ ເນື່ອງຈາກວ່າມີຜູ້ອາໄສຢູ່ສູນຈຳນວນຫຼາຍ.

    ໂອກາດນີ້ ທ່ານເຈົ້າຄອງ ນວ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານນາງ ອາລຸນນີ ກົມມະສິດ ພ້ອມດ້ວຍຄະນະ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ ຕະຫຼອດໄລຍະຜ່ານມາ ການນຳ ນວ ກໍຄືສັງຄົມ ກໍໄດ້ເປັນຫ່ວງເປັນໄຍໃນການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ຈະນຳເອົາການຊ່ວຍເຫຼືອຄັ້ງນີ້ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!