ຊາວກະສິກອນຜູ້ທີ່ມີຄວາມສ່ຽງຈາກການແຜ່ລະບາດໂຄວິດ-19 ປະມານ 3.887 ຄົນໃນແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຈະໄດ້ຮັບແນວພັນໄກ່ພື້ນເມືອງ ແລະ ພັນປັບປຸງ ນັບແຕ່ເດືອນເມສາ ຫາເດືອນມິຖຸນາ 2022 ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ (FAO) ມີ ມູນຄ່າ 2,32 ຕື້ກີບ ເພື່ອຊ່ວຍເພີ່ມການຜະລິດໄຂ່ ຟື້ນຟູຊຸມຊົນທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມຄວາມທົນທານຕໍ່ສິ່ງທ້າທາຍຕ່າງໆຕໍ່ຜົນກະທົບທີ່ເກີດຂຶ້ນໃນອະນາຄົດ.

ໂຄງການ FAO ພາຍໃຕ້ຂອບຂອງ “ໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດນ້ອຍ ຢູ່ແຂວງພາກເໜືອຂອງ ສປປ ລາວ”ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ເຊິ່ງໂຄງການດັ່ງກ່າວໄດ້ວາງເປົ້າໝາຍໃສ່ 7.000 ຄົວເຮືອນທີ່ມີຄວາມສ່ຽງທີ່ສຸດ ປະມານ 37.100 ຄົນ ໃນ 55 ບ້ານ ຂອງ 7 ເມືອງໃນແຂວງຫຼວງພະບາງ ແລະ ອຸດົມໄຊ ຜູ້ໄດ້ຮັບຜົນປະໂຫຍດໂດຍສະເພາະແມ່ນຄອບຄົວທີ່ມີແມ່ຍິງເປັນຫົວໜ້າຄອບຄົວ ກຸ່ມຜູ້ຜະລິດແມ່ຍິງ ຊາວໜຸ່ມ ແລະ ແຮງງານທີ່ເຄື່ອນຍ້າຍກັບຄືນປະເທດ.

ອົງການ FAO ໄດ້ເລືອກກໍານົດເອົາສັດປີເປັນສິ່ງເໝາະສົມເນື່ອງຈາກມູນຄ່າທາງດ້ານເສດຖະກິດ ຕະຫຼາດ ແລະ ຄົວເຮືອນທີ່ສູງ ແລະ ຍັງເໝາະສົມກັບພື້ນທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ ໄກ່ທີ່ຖືກແຈກຢາຍດ້ວຍການດູແລທີ່ຖືກຕ້ອງ ອາດຈະໄດ້ຜະລິດຕະພັນຫຼາຍກວ່າ ສະນັ້ນຈຶ່ ງໄດ້ຮັບຜົນຕອບແທນສູງໃຫ້ແກ່ຊາວກະສິກອນ ໄກ່ທີ່ຈະມອບໃຫ້ຊາວບ້ານນີ້ ແມ່ນໄດ້ຮັບການກວດກາສຸຂະພາບໂດຍສັດຕະວະແພດ ແລະ ສັກຢາກັນພະຍາດຄົບຖ້ວນ ກ່ອນຈະສົ່ງມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອແຈກຢາຍຕໍ່ໄປ ນອກຈາກນີ້ ທາງໂຄງການຍັງຈະໄດ້ມີການເຝີກອົບຮົມ ແລະ ສ້າງຄູ່ມືການລ້ຽງໄກ່ລາດເພື່ອເພີ່ມຄວາມຮູ້ ແລະ ເຕັກນິກການລ້ຽງໄກ່ໃຫ້ກັບຊາວບ້ານອີກດ້ວຍ.
