ແຮ່ທາດ ແມ່ນທາດທີ່ບໍ່ມີຊີວິດ ຊຶ່ງເກີດຂຶ້ນໂດຍທຳມະຊາດ ບໍ່ສາມາດສ້າງຂຶ້ນໃໝ່ໄດ້ ມີຄຸນລັກສະນະທາງດ້ານເຄມີ ແລະ ວັດຖຸວິທະຍາ ຢູ່ໃນພາວະແຂງ ພາວະແຫຼວ ແລະ ພາວະອາຍເຊັ່ນ: ແຮ່ຄຳ ແຮ່ເງິນ ແຮ່ທອງ ແຮ່ກົວ ແກ້ວປະເສີດ ຫີນທີ່ມີແຮ່ທາດ ຖ່ານຫີນ ນ້ຳມັນ ແລະ ອາຍແກັດທຳມະຊາດ ນ້ຳແຮ່ທາດ ນ້ຳອຸ່ນ ນ້ຳຮ້ອນທຳມະຊາດ ແລະ ອື່ນໆ.
ຂຸດຄົ້ນແຮ່ທາດ ແມ່ນການເອົາແຮ່ທາດຕາມໜ້າດິນ ແລະ ຢູ່ພື້ນດິນດ້ວຍວິທີການບຸກເບີກ ຂຸດຄົ້ນ ຊີ?ເຈາະ ດູດ ລະເບີດ ຄັດຈ້ອນຄຸນນະພາບແຮ່ທາດ ຍົກຍ້າຍ ແລະ ເກັບມ້ຽນແຮ່ທາດ ໃນການຂຸດຄົ້ນແຮ່ທາດ ຕ້ອງນຳໃຊ້ເຕັກນິກ?ເຕັກໂນໂລຊີທີ່ໄດ້ມາດຕະຖານ ທັນສະໄໝ ແລະ ມີປະສິດທິພາບສູງ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
ແຮ່ທາດທັງໝົດທີ່ເກີດຂຶ້ນຢູ່ເທິງໜ້າດິນ ພື້ນດິນ ແລະ ພື້ນນ້ຳ ແມ່ນກຳມະສິດຂອງວົງຄະນາຍາດແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
ການຂຸດຄົ້ນແຮ່ທາດມີຫຼາຍປະເພດ ແຕ່ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ຊຶ່ງລັດຈະອະນຸຍາດໃຫ້ຄືການຂຸດຄົ້ນແຮ່ທາດ ແບບຫັດຖະກຳ ການຂຸດຄົ້ນແຮ່ທາດ ແບບຫັດຖະກຳ ເປັນທຸລະກິດ ແມ່ນກິດຈະການຂຸດຄົ້ນແຮ່ທາດດ້ວຍການນຳໃຊ້ເຄື່ອງມືຫັດຖະກຳ ກົນຈັກແຕ່ ຫ້າ ແຮງມ້າລົງມາ ແລະ ແຮງງານບໍ່ເກີນ ສິບຄົນ. ສຳລັບການຂຸດຄົ້ນແຮ່ທາດ ແບບຫັດຖະກຳທີ່ເປັນອາຊີບຕົ້ນຕໍ ດຳເນີນຕາມລະບຽບການ ດ້ວຍການນຳໃຊ້ເຄື່ອງມືຂຸດຄົ້ນ ແບບປະຖົມປະຖານ ແລະ ບໍ່ໄດ້ນຳໃຊ້ກົນຈັກຂຸດຄົ້ນ ບໍ່ຖືວ່າເປັນທຸລະກິດ ການການຂຸດຄົ້ນແຮ່ທາດ ແບບຫັດຖະກຳ ອະນຸຍາດສະເພາະແຕ່ພົນລະເມືອງລາວ ທີ່ຕັ້ງພູມລຳເນົາຢູ່ທ້ອງຖິ່ນທີ່ກ່ຽວຂ້ອງເທົ່ານັ້ນ. ແຮ່ທາດທີ່ອະນຸຍາດໃຫ້ຂຸດຄົ້ນ ແບບຫັດຖະກຳ ມີແຮ່ຄຳຕົກຂ້ອນ ແຮ່ກົວຕົກຂ້ອນ ແລະ ຫາງແຮ່. ຄວາມຈິງກົດໝາຍກໍໄດ້ກຳນົດໄວ້ຢ່າງຈະແຈ້ງ ວ່າການດຳເນີນການຂຸດຄົ້ນແຮ່ທາດແຕ່ລະປະເພດ ຕ້ອງໄດ້ດຳເນີນໄປຄືແນວໃດ ແຕ່ເນື່ອງຈາກປະຊາຊົນທີ່ດຳລົງຊີວິດຢູ່ບາງທ້ອງຖິ່ນ ເຂົາວ່າແຮ່ທາດແມ່ນກຳມະສິດ ລວມຂອງໝົດທຸກຄົນ ດັ່ງນັ້ນ ໃຜຢາກຂຸດ ໃຜຢາກຄົ້ນ ໃຜຢາກເອົາ ໃຜຢາກໄດ້ກໍສາມາດກະທຳໄດ້ຕາມຄວາມຕ້ອງການ ເຂົາເຈົ້າຮູ້ວ່າບໍ່ມີລະບຽບການ ມີກົດໝາຍ ຄຸ້ມຄອງເອົາໄວ້ ໃນໄລຍະຜ່ານມາ ພວກເຮົາໄດ້ຂ່າວ ໄດ້ເຫັນພາບ ການສູນເສຍຊີວິດ ສູນເສຍຄົນໃນຄອບຄົວ ຍ້ອນການຂຸດຄົ້ນແຮ່ທາດທີ່ບໍ່ມີຄວາມຮັບປະກັນຄວາມປອດໄພ ແລະ ເຮັດໃຫ້ດິນຫຼົ່ມທັບ ທັງທີ່ພວກເຮົາມີລະບຽບການ ມີຂໍ້ຫ້າມຄັກແນ່ ເຊັ່ນ: ຂໍ້ຫ້າມສຳລັບປະຊາຊົນ ມີດັ່ງນີ້: 1. ທຳລາຍແຫຼ່ງແຮ່ທາດ ດ້ວຍການບຸກລຸກ ຂຸດຄົ້ນ ຮ່ອນເອົາແຮ່ທາດ ຫຼື ດ້ວຍການກະທຳອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ 2. ຂຸດຄົ້ນ ຊື້?ຂາຍ ເຄື່ອນຍ້າຍ ແລະ ເກັບກູ້ແຮ່ທາດໂດຍບໍ່ໄດ້ຮັບອະນຸຍາດ; 3. ຮ່ວມມືກັບຜູ້ລົງທຶນ ພະນັກງານ ແລະ ເຈົ້າໜ້າທີ່ກວດກາບໍ່ແຮ່ ໃນການລັກລອບຂຸດຄົ້ນເອົາແຮ່ທາດ ບຸກລຸກທຳລາຍແຮ່ທາດ ຫຼື ບໍ່ແຮ່; 4. ປອມແປງເອກະສານ ແລະ ຕາປະທັບກ່ຽວກັບແຮ່ທາດ; 5. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ພະນັກງານ ເຈົ້າໜ້າທີ່ກວດກາ ແລະ ຜູ້ລົງທຶນ 6. ຊຸກເຊື່ອງ ທຳລາຍແຮ່ທາດ ຫຼື ຂາຍຕົວຢ່າງແຮ່ທາດຢ່າງຜິດກົດໝາຍ; 7. ມີການກະທຳອື່ນທີ່ເປັນຂໍ້ຫ້າມ ຊຶ່ງໄດ້ກຳນົດໄວ້ໃນລະບຽບກົດໝາຍ. ເມື່ອມີຂໍ້ຫ້າມ ຖ້າມີການລະເມີດ ຖ້າມີການຝ່າຝືນ ຖ້າບໍ່ມີກົດໝາຍກຳນົດໃຫ້ການກະທຳນັ້ນ ເປັນການກະທຳຜິດທາງອາຍາ ກໍຈະບໍ່ສາມາດນຳເອົາຜູ້ກະທຳຜິດນັ້ນມາດຳເນີນຄະດີໄດ້ ເມື່ອເປັນເຊັ່ນນັ້ນຈຶ່ງມີຄວາມຈຳເປັນຕ້ອງໄດ້ກຳນົດການກະທຳດັ່ງກ່າວໄວ້ໃນປະມວນກົດໝາຍອາຍາ ເມື່ອກຳນົດແລ້ວໃຜກະທຳຜິດກໍຕ້ອງມີຄວາມຮັບຜິດຊອບ ທາງອາຍາ ສະນັ້ນ ມາດຕາ 340 ຂອງປະມວນກົດໝາຍອາຍາໄດ້ກຳນົດໄວ້ວ່າ: ບຸກຄົນໃດ ຫາກໄດ້ຂຸດຄົ້ນເອົາຊັບພະຍາກອນແຮ່ທາດເຊັ່ນ ໄລຫະ ແຮ່ ຫີນຕ່າງໆ ທີ່ມີຄຸນຄ່າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກປັບໃໝ ແຕ່ 5.000.000 ກີບຫາ 15.000.000 ກີບ.
ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 7.000.000 ກີບຫາ 20.000.000 ກີບ. ບັນຫາຂອງມັນ ຫາກມີການດຳເນີນຄະດີຕາມຂະບວນການຍຸຕິທຳແລ້ວ ສານປະຊາຊົນຊົນຕັດສິນວ່າ ບຸກຄົນ ຊຶ່ງເປັນປະຊາຊົນ ມີຄວາມຜິດ ແລ້ວປັບໃໝຕາມກົດໝາຍ ເປັນເງິນຈຳນວນຫຼາຍ ກໍເປັນການຍາກທີ່ຈະປະຕິບັດໄດ້. ສະນັ້ນ ທາງທີ່ດີຕ້ອງຫາທາງແກ້ໄຂບ່ອນທີ່ເປັນຕົ້ນເຫດ ຫາກບໍ່ແມ່ນມາແກ້ໄຂທີ່ປາຍເຫດິ່ກໍເປັນເລື່ອງຍາກ ຄືທີ່ເຮົາຮູ້ນຳກັນ.