ສືບຕໍ່ປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງ ໄລຍະທີ VI ແຕ່ປີ 2022-2023 ຈັດຂຶ້ນວັນທີ 26 ເມສາ 2022 ທີ່ສະຖາບັນຄົ້ນຄ້ວາກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ລະຫວ່າງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ທ່ານ ລໍຣິສ ພາເລັນຕິນີ ຫົວໜ້າອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ລາວ   (WWF-Laos) ມີຫົວໜ້າຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ຈັນສະໝອນ ພົງອຸດົມ ກ່າວວ່າ: ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 5 ປີຜ່ານມາ ໄດ້ປະສົບຜົນສຳເລັດຕາມທີ່ໄດ້ວາງແຜນງົບປະມານສຳລັບ 3 ປີ ແຕ່ ປີ 2018 -2020 ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 28 ບ້ານ ໃນ 6 ເມືອງ ຂອງແຂວງບໍລິຄຳໄຊ ເຊກອງ ແລະ ແຂວງສາລະວັນ ທີ່ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ໂດຍສະເພາະ ພາກລັດຕັ້ງແຕ່ຂັ້ນສູນກາງ ແຂວງ ເມືອງ ບ້ານ ຕະຫຼອດເຖິງອົງການຈັດຕັ້ງທາງສັງຄົມ ອົງການຈັດຕັ້ງທີ່ບໍ່ແມ່ນຂອງລັດ ແລະ ພາກສ່ວນອຶ່ນໆ ໃນນີ້ ໂຄງການໄດ້ເຮັດສຳເລັດ ວຽກງານຄຸ້ມຄອງຈັດສັນປ່າຫວາຍ ແລະ ໄມ້ປ່ອງໃນທຳມະຊາດໃຫ້ມີຄວາມຍືນຍົງໄດ້ 30.573 ເຮັກຕາ ແລະ ໂຄງການຍັງບັນລຸເກີນຄາດໝາຍໃນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໄດ້ 1.908 ຄອບຄົວ (ຍິງ 1.073 ແລະ ຊາຍ 1.475 ຄົນ) ໃນບ້ານເປົ້າໝາຍຂອງໂຄງການ ທີ່ໄດ້ຮັບຜົນປະໂຫຍດຈາກກິດຈະກຳໂຄງການ ລວມທັງຜົນປະໂຫຍດທັງດ້ານການເງິນ ແລະ ອຶ່ນໆໄດ້ 331 ຄອບຄົວ (ຍິງ 190 ຄົນ ແລະ ຊາຍ 296 ຄົນ) ພ້ອມນີ້ ຍັງໄດ້ຮັບຜົນປະໂຫຍດທາງດ້ານການເງິນ ຈາກວຽກງານຫັດຖະກຳ ແລະ ຈາກການປູກຫວາຍເອົາຍອດ ແລະ ສາມາດປັບປຸງຊີວິດການເປັນຢູ່ຂອງຊຸມຊົນໄດ້ເປັນຢ່າງດີ.

     ໃນຂະນະດຽວກັນ ໂຄງການຍັງໄດ້ສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ທາງຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ພາກສ່ວນເອກະຊົນ ໃນການຂັບເຄື່ອນທຸລະກິດ ຫວາຍ ແລະ ໄມ້ປ່ອງແບບຍືນຍົງ ເພື່ອສ້າງການເຊື່ອມໂຍງທາງດ້ານທຸລະກິດກັບຕະຫຼາດພາຍໃນ ແລະ ຕະຫຼາດສາກົນ ໃນນີ້ ທາງໂຄງການໄດ້ແນະນຳບັນດາມາດຕະຖານຕ່ອງໂສ້ ການຄຸ້ມຄອງ (CoC) ໃຫ້ແກ່ຜູ້ປະກອບການຫວາຍ ເພື່ອແນ່ໃຈວ່າແຫຼ່ງທີ່ມາຂອງຫວາຍ ແລະ ການຜະລິດແມ່ນໄດ້ປະຕິບັດຕາມມາດຕະຖານ FSC-CoC ເພື່ອເປີດປະຕູສູ່ຕະລາດສາກົນອັນໃໝ່ ແລະ ຜະລິດຕະພັນຫວາຍທີ່ໄດ້ຮັບການຢັ້ງຢືນໄດ້ຖຶກສົ່ງອອກໄປຫາຕະລາດເອີຣົບ ພາຍໃຕ້ການສະໜັບສະໜູນຂອງໂຄງການ ແລະ ອື່ນໆ.

    ເພື່ອຕອບສະໜອງ ແລະ ບັນລຸຕາມແຜນຍຸດທະສາດປ່າໄມ້ຮອດປີ 2025 ແລະ ບັນລຸການປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70% ເພື່ອການຄຸ້ມຄອງວຽກງານປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງໃຫ້ມີຄວາມຍືນຍົງ ລວມທັງການພັດທະນາຜະລິດຕະພັນຈາກເຄື່ອງປ່າຂອງດົງທີ່ເຊື່ອມໂຍງກັບທຸລະກິດ  ລະຫວ່າງກຸ່ມຫັດຖະກຳຂອງຊາວບ້ານ ແລະ ຜູ້ປະກອບການ ແລະ ພາກສ່ວນເອກະຊົນ ເພື່ອສ້າງຕ່ອງໂສ້ທຸລະກິດໃຫ້ຕິດພັນກັນ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ ໄປພ້ອມກັບການພັດທະນາທຸລະກິດຊຸມຊົນທີ່ຕິດພັນກັບປ່າໄມ້ບ້ານ ເພື່ອຫຼຸດຜ່ອນຄວາມທຸກຍາກໃນຂົງເຂດຊົນະບົດ ຮັບປະກັນການຄ້ຳປະກັນສະບຽງອາຫານ ຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາຫວາຍ ແລະ ໄມ້ປ່ອງແບບຍືນຍົງຫຼາຍຂຶ້ນ.

     ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນຈະຕ້ອງໄດ້ສືບຕໍ່ຈັດຕັງປະຕິດໂຄງໂຄງການໄລຍະ VI ເພື່ອເຂົ້າມາຊ່ວຍໃນການຊຸກຍູ້ ແລະ ພັດທະນາຕ່ອງໂສ້ທຸລະກິດຫວາຍ-ໄມ້ປ່ອງແບບຍືນຍົງໃຫ້ມີຄວາມສະດວກ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມສີຂຽວ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!