ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ຜູ້ອໍານວຍການໃຫຍ່ IAEA

    ໃນອາທິດຜ່ານມານີ້ ທີ່ຫ້ອງການອົງການພະລັງງານປະລະມະນູສາກົນ ທີ່ນະຄອນຫລວງວຽນ ສາທາລະນະລັດໂອຕຣິດ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານ Rafael Mariano Grossi ຜູ້ອໍານວຍການໃຫຍ່ອົງການພະລັງງານປະລະມະນູສາກົນ (International Atomic Energy Agency-IAEA) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.

    ທ່ານ Rafael Mariano Grossi ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ IAEA ແລະ ກຽມພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະຫນັບສະຫນູນໃນການປະຕິບັດໜ້າທີ່ຂອງທ່ານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IAEA ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    ໃນໂອກາດນີ້ ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຂອງອົງການ IAEA ໃນໄລຍະຜ່ານມາ ໂດຍສະເພາະ ວຽກງານການພັດທະນາຊັບພະຍາກອນມະນຸດ ກໍຄືການຈັດຮ່ວມຝຶກອົບຮົມໃນຂົງເຂດວິຊາສະເພາະ ກ່ຽວກັບການນໍາໃຊ້ເຕັກນິກປະລະມະນູເຂົ້າໃນຂະແໜງກ່ຽວຂ້ອງ ເຊັ່ນ ຂະແຫນງສາທາລະນະສຸກ (ເຕັກໂນໂລຊີລັງສີ ແລະ ການປິ່ນປົວພະຍາດຕ່າງໆ) ຂະແຫນງວິທະຍາສາດກະສິກໍາ ອາຫານ ແລະ ສິ່ງແວດລ້ອມ ທີ່ມີຜົນປະໂຫຍດຕໍ່ການພັດທະນາຍືນຍົງ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Rafael Mariano Grossi, ພ້ອມດ້ວຍພະນັກງານຂອງອົງການດັ່ງກ່າວ.

error: Content is protected !!