ເພີ່ມທະວີປ້ອງກັນພະຍາດໄຂ້ຍຸງລາຍແຕ່ຫົວທີ ດ້ວຍການປະຕິບັດຫຼັກການ 5ປ

ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ເປັນ​ພະ­ຍາດ​ໜຶ່ງ​ທີ່​ສ່ວນ​ໃຫຍ່​ຈະ​ເກີດ​ການ​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ເຊິ່ງ​ໃນ​ປີ­ຜ່ານ­ມາ ພະ­ຍາດ​ດັ່ງ­ກ່າວ​ໄດ້​ແຜ່​ລະ­ບາດ​ຫຼາຍ​ໃນ​ໄລ­ຍະ​ລະ­ດູ­ຝົນ ໂດຍ​ສະ­ເພາະ ເດືອນ​ມິ­ຖຸ­ນາ​ຫາ​ກໍ­ລະ­ກົດ ໃນ​ໄລ­ຍະ​ນີ້ ຈຳ­ນວນ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ເກີດ​ຂຶ້ນ​ຫຼາຍ ສະ­ແດງ​ໃຫ້​ເຫັນ​ມີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ທັງ​ໝົດ 38.892 ກໍ­ລະ­ນີ ເສຍ​ຊີ­ວິດ 76 ກໍ­ລະ­ນີ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ໄຂ້­ຍຸງ​ລາຍ​ແຜ່​ລະ­ບາດ​ເກີດ​ຂຶ້ນ​ຄື​ປີ​ຜ່ານໆ​ມາ​ນັ້ນ ທຸກ​ຄົນ​ຕ້ອງ​ຫັນ​ມາ​ເພີ່ມ​ທະ­ວີ​ການ​ປະ­ຕິ­ບັດ​ຫຼັກ­ການ 5ປ ເພື່ອ​ຕັດ​ວົງ​ຈອນ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີ​ຍຸງ​ລາຍ​ບໍ່​ມີ​ໄຂ້­ເລືອດ­ອອກ.

ທ່ານ ດຣ ນາງ ຄຳ​ຫຼ້າ ຈູມ​ລີ​ວົງ ຮອງ​ອຳ­ນວຍ​ການ​ໂຮງ­ໝໍ​ເສດ​ຖາ​ທິ​ຣາດ ຊີ້​ນຳ​ທາງ​ດ້ານ​ວິ­ຊາ​ການ​ລົງ​ເລິກ​ສະ­ເພາະ​ກ່ຽວ​ກັບ​ພະ­ຍາດ​ຊືມ​ເຊື້ອ​ເຂດ​ຮ້ອນ ໄດ້​ໃຫ້​ສຳ­ພາດ​ວ່າ: ໃນ​ປີ 2019 ທີ່​ຜ່ານ​ມາ​ຖື​ວ່າ​ເປັນ​ປີ​ໜຶ່ງ​ທີ່​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ແຜ່​ລະ­ບາດ ດັ່ງ­ນັ້ນ ທຸກ​ຄົນ​ຄວນ​ຖອດ​ຖອນ​ບົດ­ຮຽນ ແລະ ເພີ່ມ​ທະ­ວີ​ເອົາ­ໃຈ­ໃສ່​ປ້ອງ​ກັນ​ພະ­ຍາດ​ນີ້ ບໍ່​ໃຫ້​ແຜ່​ລະ­ບາດ​ແຕ່​ຫົວ­ທີ ເພາະ​ປັດ­ຈຸ­ບັນ ໄດ້​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ​ຈຳ­ນວນ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ນັບ​ແຕ່​ທ້າຍ​ປີ 2019 ມາ​ເຖິງ​ວັນ​ທີ 14 ພຶດ­ສະ­ພາ 2020 ທົ່ວ​ປະ­ເທດ​ມີ​ກໍ­ລະ­ນີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ແລ້ວ​ຈຳ­ນວນ 1.175 ກໍ­ລະ­ນີ ເສຍ​ຊີ­ວິດ​ແລ້ວ 2 ກໍ­ລະ­ນີ ໃນ​ນັ້ນ ນະ­ຄອນ­ຫຼວງ​ວຽງ​ຈັນ ກວມ​ອັດ­ຕາ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ນີ້​ສູງ​ກວ່າ​ໝູ່ 321 ກໍ­ລະ­ນີ ຮອງ​ລົງ​ມາ​ແມ່ນ​ອັດ​ຕະ​ປື 179 ກໍ­ລະ­ນີ ແຂວງ​ວຽງ​ຈັນ 169 ກໍ­ລະ­ນີ ຄຳ​ມ່ວນ 86 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 78 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 74 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ສາ­ລະ​ວັນ 74 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 68 ກໍ­ລະ­ນີ ເຊ​ກອງ 42 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 30 ກໍ­ລະ­ນີ ອຸ­ດົມ​ໄຊ 22 ກໍ­ລະ­ນີ ຫຼວງ​ພະ​ບາງ 10 ກໍ­ລະ­ນີ ໄຊ​ສົມ­ບູນ 8 ກໍ­ລະ­ນີ ຈຳ­ປາ​ສັກ 7 ກໍ­ລະ­ນີ ຜົ້ງ​ສາ­ລີ 5 ກໍ­ລະ­ນີ ບໍ່​ແກ້ວ 2 ກໍ­ລະ­ນີ ສ່ວນ​ຫົວ­ພັນ ແລະ ຊຽງ​ຂວາງ ແມ່ນ​ຍັງ​ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ ເຊິ່ງ​ຖ້າ​ເບິ່ງ​ຈາກ​ຕົວ​ເລກ​ສະ​ສົມ​ໃນ​ປີ​ນີ້ ທີ່​ຫາ​ກໍ​ກ້າວ​ເຂົ້າ​ລະ­ດູ­ຝົນ ມີ​ຈຳ­ນວນ​ຕິດ­ເຊື້ອ​ແລ້ວ​ຫຼາຍ​ກວ່າ​ພັນ​ຄົນ ເຊິ່ງ​ກໍ​ເປັນ​ອີກ​ປີ​ໜຶ່ງ​ທີ່​ທຸກ​ຄົນ​ຕ້ອງ​ຮ່ວມ​ກັນ​ເຝົ້າ​ລະ­ວັງ ແລະ ປ້ອງ​ກັນ​ແຕ່​ຫົວ­ທີ ເພື່ອ​ຕັດ​ວົງ​ຈອນ​ບໍ່​ໃຫ້​ພະ­ຍາດ​ນີ້​ເກີດ​ການ​ລະ­ບາດ​ເກີດ​ຂຶ້ນ.

ດັ່ງ­ນັ້ນ ທຸກ​ພາກ­ສ່ວນ​ຕ້ອງ​ມີ​ການ​ກະ­ກຽມ ລວມ​ທັງ​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ ກໍ​ຄື ບັນ­ດາ​ໂຮງ­ໝໍ ໂດຍ​ສະ­ເພາະ ໂຮງ­ໝໍ​ເສດ​ຖາ​ທິ​ຣາດ ກໍ​ໄດ້​ມີ​ການ​ກະ­ກຽມ ແລະ ທົບ​ທວນ­ຄືນ ການ​ຄຸ້ມ​ຄອງ​ກໍ­ລະ­ນີ ແລະ ການ​ປິ່ນ­ປົວ ໄປ​ຄຽງ​ຄູ່​ກັບ​ການ​ເອົາ­ໃຈ­ໃສ່​ເຝົ້າ​ລະ­ວັງ​ພະ­ຍາດ COVID-19 ໂດຍ​ໄດ້​ເນັ້ນ​ໃສ່​ທົບ​ທວນ​ໃຫ້​ພະ­ນັກ­ງານ​ແພດ​ໝໍ​ຂອງ​ພວກ​ເຮົາ ໃຫ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ນິ​ຍາມ​ໃນ​ການ​ເຝົ້າ​ລະ­ວັງ​ທຸກ​ກໍ­ລະ­ນີ​ທີ່​ມີ​ໄຂ້ ປວດ​ຕົນ​ໂຕ ແລະ ອາ­ການ​ຕ່າງໆ​ທີ່​ເຂົ້າ​ກັບ​ນິ​ຍາມ​ພະ­ຍາດ​ໄຂ້­ຍຸງ ແມ່ນ​ຂໍ​ໃຫ້​ແພດ​ໝໍ​ເອົາ­ໃຈ­ໃສ່​ກັ່ນ​ກ່ອງ​ຄົນ​ເຈັບ​ທີ່​ມາ​ໂຮງ­ໝໍ ເມື່ອ​ຄົນ​ເຈັບ​ເຂົ້າ​ມາ​ປິ່ນ­ປົວ​ຢູ່​ໂຮງ­ໝໍ ໂຮງ­ໝໍ​ກໍ​ຕ້ອງ​ມີ​ການ​ກະ­ກຽມ​ເຊັ່ນ​ດຽວ​ກັນ ໂດຍ​ສະ­ເພາະ​ແມ່ນ​ກະ­ກຽມ​ຕຽງ ເພື່ອ​ຮອງ​ຮັບ​ຄົນ​ເຈັບ​ໃນ​ກໍ­ລະ­ນີ​ທີ່​ອາດ​ເກີດ​ການ​ລະ­ບາດ ເຊິ່ງ​ໂຮງ­ໝໍ​ເຮົາ​ກໍ​ໄດ້​ກະ­ກຽມ​ຕຽງ​ເສີມ​ໄວ​ຮອງ​ຮັບ ແຕ່​ເພື່ອ​ບໍ່​ໃຫ້​ພະ­ຍາດ​ນີ້​ມີ​ການ​ລະ­ບາດ​ເກີດ​ຂຶ້ນ​ຄື​ປີ­ຜ່ານ­ມາ​ນັ້ນ ທຸກ​ຄົນ ທຸກ​ຄອບ­ຄົວ ສຳ­ນັກ­ງານ ອົງ­ການ ລວມ​ທັງ​ທົ່ວ​ສັງ­ຄົມ ຕ້ອງ​ເອົາ­ໃຈ­ໃສ່​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ ຄຽງ​ຄູ່​ກັບ​ການ​ປ້ອງ​ກັນ​ພະ­ຍາດ COVID-19 ດ້ວຍ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ທີ່​ທຸກ​ຄົນ ກໍ​ຄື​ທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ເປັນ​ປະ­ຈຳ ປະ­ກອບ​ມີ: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່​ປ່ຽນ​ນ້ຳ​ໃນ​ພາ­ຊະ­ນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ ປັບ­ປຸງ​ການ​ອະ­ນາ­ໄມ​ສິ່ງ­ແວ­ດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ­ໂປະ ກະ​ປ໋ອງ ຢາງ​ຕີນ­ລົດ​ເກົ່າ​ທີ່​ມີ​ນ້ຳ​ຂັງ ປະ­ຕິ­ບັດ​ໃຫ້​ເປັນ​ນິ­ໄສ​ປະ­ຈຳ​ທຸກໆ​ອາ­ທິດ ຖ້າ​ເປັນ­ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ບໍ່​ຄວນ​ຊື້​ຢາ​ມາ​ກິນ​ເອງ ຖ້າ​ຫາກ​ທຸກ​ຄົນ​ປະ­ຕິ­ບັດ​ໄດ້​ຕາມ 5ປ ຢ່າງ​ເຂັ້ມ​ງວດ ກໍ​ຈະ​ສາ­ມາດ​ຫຼຸດ­ຜ່ອນ ແລະ ປ້ອງ​ກັນ​ການ​ເຈັບ­ເປັນ​ຈາກ​ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ​ໄດ້.

ສຳ­ລັບ​ອາ­ການ​ເບື້ອງ​ຕົ້ນ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ນັ້ນ ຈະ​ມີ​ອາ­ການ​ໄຂ້​ສູງ ປວດ​ຕົນ​ໂຕ ປວດ​ກ້າມ­ຊີ້ນ ໝັກ​ກະ​ບົ້ງ​ຕາ ແລະ ຈຸດ​ພິ­ເສດ​ອີກ​ອັນ​ໜຶ່ງ​ແມ່ນ​ໄຂ້​ສູງ​ບໍ່​ຫຼຸດ​ລົງ ເມື່ອ​ມີ​ອາ­ການ​ເປັນ­ໄຂ້ ກໍ​ຄວນ​ໄປ​ພົບ​ແພດ ເພື່ອ​ຮັບ​ການ​ກວດ​ວິ­ເຄາະ​ປິ່ນ­ປົວ​ໃຫ້​ຖືກ​ຕາມ​ອາ­ການ ແລະ ພະ­ຍາດ​ທີ່​ເກີດ​ຂຶ້ນ ເພື່ອ​ໃຫ້​ໄດ້​ຮັບ​ການ​ຮັກ­ສາ ແລະ ປິ່ນ­ປົວ​ຢ່າງ​ທັນ​ການ​ນັ້ນ ກໍ່​ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ນີ້.

error: Content is protected !!