USAID ແລະ FAO ມອບຊຸດປ້ອງກັນ ແລະ ຢາຂ້າເຊື້ອພະຍາດແກ່ກະຊວງກະສິກໍາ-ປ່າໄມ້

ພິທີມອບ-ຮັບ ຊຸດອຸປະກອນປ້ອງກັນ ແລະ ຢາຂ້າເຊື້ອພະຍາດໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້ ໂດຍການຊ່ວຍເຫຼືອຈາກປະເທດສະຫະລັດອາເມຣິກາ ໂດຍຜ່ານອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ຈັດຂຶ້ນວັນທີ 25 ເມສາ 2022 ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ມອບໂດຍທ່ານ ມີແຊນ ຣອນນິງ (Michael Ronning) ຜູ້ຕາງໜ້າຈາກອົງການ USAID ປະຈໍາລາວ ທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ ແລະ ຕາງໜ້າກ່າວຮັບຂອງທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ມີຜູ້ຕາງໜ້າຈາກກົມ ອົງການ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ວິໄລພອນ ວໍລະພິມ ກ່າວວ່າ: ເນື່ອງຈາກວ່າ ສປປ ລາວ ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານທັງໝົດ 5 ປະເທດ ເຊິ່ງມີຄວາມຍາວຫຼາຍ ແລະ ມີການຄ້າຂາຍສັດ ແລະ ຜະລິດຕະພັນສັດຂ້າມຊາຍແດນຢ່າງຫຼວງຫຼາຍ ມັນມີຄວາມສ່ຽງສູງທີ່ຈະເກີດພະຍາດຕິດຕໍ່ຈາກສັດສູ່ຄົນ ທີ່ພົບໄດ້ທົ່ວໄປ ແລະ ພະຍາດທີ່ອາດເກີດການລະບາດຂຶ້ນໃໝ່ ໂດຍການສະໜັບສະໜູນຄັ້ງນີ້ຈາກອົງການ USAID ວິຊາການສັດຕະວະແພດ ແລະ ນັກວິຊາການປິ່ນປົວສັດ ຈະມີຄວາມປອດໄພໃນເວລາເຮັດການຄົ້ນຫາເຊື້ອພະຍາດສັດຕ່າງໆໃນພາກສະໜາມ ແລະ ໃນຫ້ອງວິໄຈພະຍາດສັດ ໂດຍສະເພາະແມ່ນໃນກໍລະນີຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ເຊັ່ນ: ໄຂ້ຫວັດສັດປີກຮ້າຍແຮງ ພະຍາດແທ້ງລູກ ພະຍາດຍ່ຽວໜູ ແລະ ພະຍາດວໍ້.

    ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຊຸດເຄື່ອງນຸ່ງປ້ອງກັນການຕິດເຊື້ອສ່ວນບຸກຄົນ ຜ້າອັດປາກ ຖົງມື ແວ່ນຕາ ເຄື່ອງປ້ອງກັນ ເກີບ ແລະ ຢາຂ້າເຊື້ອພະຍາດ ເຊິ່ງມີມູນຄ່າລວມທັງຫມົດຫຼາຍກວ່າ 50.000 ໂດລາສະຫະລັດ ຫຼື ປະມານ 544 ລ້ານກີບ ອຸປະກອນດັ່ງກ່າວນີ້ ຈະຖືກຈັດສົ່ງໄປຍັງ 148 ເມືອງໃນ ສປປ ລາວ ເພື່ອຮັບປະກັນໃຫ້ແຕ່ລະເມືອງມີຄວາມພ້ອມໃນການຮັບມືກັບການລະບາດທີ່ອາດຈະເກີດຂຶ້ນແບບບໍ່ສາມາດຄາດເດົາໄດ້ຂອງພະຍາດລະບາດສັດຂ້າມແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ (ຕິດຕໍ່ໃສ່ຄົນ) ຊຶ່ງມັກຈະເກີດຂຶ້ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

    ທ່ານ ມີແຊນ ຣອນນິງ ໄດ້ຍົກໃຫ້ເຫັນເຖິງການຂະຫຍາຍການພົວພັນການຮ່ວມມືຮອບດ້ານລະຫວ່າງ ສະຫະລັດອາເມຣິກາ-ລາວ  ອົງການ USAID ມຸ່ງໝັ້ນໃຫ້ການສະໜັບສະໜູນ ສປປ ລາວ ພາຍໃຕ້ການຮ່ວມມືໃນການຕໍ່ສູ້ຕ້ານພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ໄພຂົ່ມຂູ່ອື່ນໆຕໍ່ສຸຂະພາບຄົນ ລວມທັງ COVID-19. ພວກເຮົາຕີລາຄາສູງຕໍ່ການຮ່ວມມືກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ FAO ໃນວຽກງານສໍາຄັນນີ້.

    ທ່ານ ນາຊາຣ໌ ຮາຢັດ ໄດ້ເນັ້ນໜັກວ່າ: ພະຍາດສັດໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ບໍ່ພຽງແຕ່ຕໍ່ຊາວກະສິກອນເທົ່ານັ້ນ ແຕ່ຫາກຍັງສົ່ງຜົນຕໍ່ລະບົບສະບຽງອາຫານ ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ພ້ອມທັງຄວາມໝັ້ນຄົງດ້ານລາຍຮັບຂອງປະຊາຊົນໃນເຂດຊົນນະບົດນໍາອີກ ໂດຍສະເພາະແມ່ນຜູ້ທຸກຍາກ ແລະ ຜູ້ທີ່ດ້ອຍໂອກາດທີ່ສຸດ ປະຊາຊົນຈໍານວນຫຼາຍ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ໃນເຂດຊົນນະບົດ ໄດ້ຖືກຍູ້ດັນໃຫ້ກັບຄືນໄປສູ່ຄວາມອຶດຫິວ ແລະ ຄວາມທຸກຍາກ ຍ້ອນການສູນເສຍສັດລ້ຽງທີ່ເກີດຈາກພະຍາດຕ່າງໆເຊັ່ນ: ໄຂ້ຫວັດໝູອາຟຣິກາ ແລະ ໄຂ້ຫວັດສັດປີກ ມີພຽງແຕ່ການຮ່ວມມື ແລະ ການປະສານງານຂອງພວກເຮົາເທົ່ານັ້ນ ທີ່ເຮັດໃຫ້ພວກເຮົາສາມາດຕໍ່ສູ້ຕ້ານກັບພະຍາດຕິດຕໍ່ຈາກສັດສູ່ຄົນເຫຼົ່ານີ້ໄດ້ຢ່າງມີປະສິດທິຜົນ ຊ່ວຍຮັກສາຊີວິດສັດ ແລະ ຄົນ ເພື່ອຟື້ນຟູໃຫ້ດີຂຶ້ນຄືນເທື່ອລະກ້າວ.

    # ຂ່າວ – ພາບ : ວຽງມາ

error: Content is protected !!