ຫາລືຮ່າງແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ

ວັນທີ 22 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປືກສາຫາລືສາມຝ່າຍ ແລະ ຂະແໜງ ການທີ່ກ່ຽວຂ້ອງ ກ່ຽວກັບການພັດທະນາແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານແຫ່ງຊາດ 5 ປີ ຄັ້ງທີ 3 (2022-2026) ເປັນປະທານຂອງທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ ມີທ່ານ ນາງ Ujita YUKA ອະວຸໂສຜູ້ຊຽວຊານອົງການແຮງງານສາກົນປະຈໍາບາງກອກ  ທ່ານ ນາງ ເຂັມພອນ ເຜົ່າຄໍາແກ້ວ ຜູ້ປະສານງານອົງການແຮງງານສາກົນປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າສູນກາງສະຫະພັນກໍາມະບານລາວ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຊ່ຽວຊານອົງການແຮງງານສາກົນ-ສ.ເກົາຫຼີ ປະຈໍາບາງກອກ  ຫົວໜ້າ ຮອງກົມ ອົງການແຮງງານສາກົນ ພະນັກງານຫຼັກແຫຼ່ງ ແລະ ຂະແໜງການກ່ຽວຂ້ອງອອ້ມຂ້ອງເຂົ້າຮວ່ມ.

     ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອປຶກສາຫາລືຮ່າງແຜນງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ແຫ່ງຊາດ 5 ປີ ຄັ້ງທີ III (2022-2026) ຂອງ ສປປ ລາວ ເພື່ອກໍານົດວິໄສທັດ ພັນທະກິດ ແລະ ແຜນງານຫຼັກທີ່ເປັນບູລິມະສິດ ພ້ອມນີ້ ໂຄງການສ້າງ ແລະ ປັບປຸງຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ຢູ່ ສປປ ລາວ ໂດຍໄດ້ຮັບການຮ່ວມມືດ້ານວິຊາການ ແລະ ງົບປະມານ ໂຄງການຮ່ວມມື ILO-Korea ທີ່ມີຫ້ອງການປະຈໍາຢູ່ບາງກອກ ປະເທດໄທ ເປົ້າໝາຍລວມຂອງໂຄງການ ແມ່ນສ້າງ ແລະ ເສີມຂະຫຍາຍຂອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ ສປປ ລາວ ໂດຍສະເພາະແມ່ນການສົ່ງເສີມວຽກງານການປັບປຸງນິຕິກໍາກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຮັບຜິດຊອບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາຄວາມປອດໄພ ແລະ ສຸຂະພາບແຮງງານໃນຫົວໜ່ວຍແຮງງານໃຫ້ນັບມື້ດີຂື້ນ.

    # ຂ່າວ – ພາບ : ເພັດສະໝອນ

error: Content is protected !!