ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ ມີ 6 ແຫ່ງ ມີເດັກຢູ່ໃນການຄຸ້ມຄອງຫຼາຍກວ່າ 900 ຄົນ

ກອງປະຊຸມຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ປະຈຳປີ 2021 ຈັດຂຶ້ນວັນທີ 25 ເມສາ 2022 ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປັນປະທານຂອງທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ມີທ່ານ ເລນນິດ ເຈນ ປະທານບ້ານຊ່ວຍເຫຼືອເດັກ ເອັສໂອເອັສ ປະຈຳພາກພື້ນອາຊີປາຊີຟິກ ພ້ອມດ້ວຍຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກເອັສໂອເອັສ ຈາກຂັ້ນສູນກາງ ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ຫົວພັນ ຊຽງຂວາງ ສະຫວັນນະເຂດ ແລະ ຈໍາປາສັກ ພ້ອມດ້ວຍ ຄະນະອຳນວຍການ ຫ້ອງການປະສານງານໂຄງການ ຄະນະອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ແລະ ໂຮງຮຽນ ເອັສໂອເອັສ ແຮກມານມາຍເນີ ເຂົ້າຮ່ວມ.

    ປັດຈຸບັນ ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວທັງ 6 ແຫ່ງໃນຂອບເຂດທົ່ວປະເທດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກໃນການປັບປຸງບ້ານຊ່ວຍເຫຼືອເດັກເອັສໂອເອັສ ດ້ວຍການສ້າງນິຕິກຳ ປັບປຸງລະບົບກົນໄກການປະສານງານຢູ່ແຕ່ລະຂັ້ນ ປັບປຸງການຄຸ້ມຄອງບໍລິຫານ ມາດຕະຖານຄຸນນະພາບການບໍລິການ ລະບົບການລາຍງານ ແລະ ການຕິດຕາມ ກວດກາ ສົ່ງເສີມໃຫ້ບ້ານຊ່ວຍເຫຼືອເດັກມີຄວາມມຍືນຍົງ ໂດຍການປຸກລະດົມຂົນຂວາຍການມີສ່ວນຮ່ວມຈາກສັງຄົມໃຫ້ຫຼາຍຂື້ນ ພ້ອມດຽວກັນ ກໍຍົກສູງຄວາມຮັບຜິດຊອບຂອງພະນັກງານຄູ ຜູ້ສຶກສາ ອົບຮົມເດັກ ຫົວໜ້າເຍົາວະຊົນ ພະນັກງານຂັ້ນບ້ານ ແລະ ພະນັກງານທັງໝົດທີ່ພວມປະຈຳການເຮັດໜ້າທີ່ຂອງຕົນເປັນຢ່າງດີ ປັດຈຸບັນ ມີເດັກນ້ອຍທີ່ຢູ່ ໃນການຄຸ້ມຄອງຂອງໂຄງການທັງໝົດ 984 ຄົນ ຍິງ 438 ຄົນ.

     ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ໃນນາມປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ຄຽງຄູ່ກັບຜົນສໍາເລັດ ພວກເຮົາຍັງມີສິ່ງທ້າທ້າຍບາງອັນທີ່ຈະຕ້ອງໄດ້ສືບຕໍ່ປັບປຸງໃຫ້ດີ ເປັນຕົ້ນ: ຍັງມີແມ່-ນ້າສາວ ແລະ ພະນັກງານ ເອັສໂອເອັສ ຈຳນວນໜຶ່ງລາອອກຈາກວຽກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຮັບສະໝັກ ສິ້ນເປືອງງົບປະມານໃນການສ້າງບຸຄະລາກອນໃໝ່ ຜົນການຮຽນຂອງຊາວໜຸ່ມ ເອັສໂອເອັສ ຈຳນວນໜຶ່ງ ບໍ່ດີເທົ່າທີ່ຄວນ ເຮັດໃຫ້ການສອບເສັງເຂົ້າໂຮງຮຽນອາຊີວະ ວິທະຍາໄລ ມະຫາວິທະຍາໄລບໍ່ຜ່ານ ແລະ ຜູ້ທີ່ຮຽນຈົບບາງຈໍານວນຍັງພົບຄວາມຫຍຸ້ງຍາກໃນການຊອກວຽກເຮັດງານທຳ ຜູ້ໃຫ້ທຶນສະໜັບສະໜູນ ມີທ່າອ່ຽງຫຼຸດຜ່ອນຄ່າໃຊ້ຈ່າຍ ສຳລັບໂຮງຮຽນອະນຸບານ ແລະ ໂຮງຮຽນ SOS ເຮີແມນມາຍເນີ ການຊອກຫາແຫຼ່ງທຶນສະໜັບສະໜູນຢູ່ພາຍໃນປະເທດຍັງມີຈຳກັດ ການດໍາເນີນການສຶກສາຄວາມເປັນໄປໄດ້ໃນການມອບ-ໂອນ ໂຮງຮຽນ SOS ເຮີແມນມາຍເນີ ໃຫ້ລັດ ເປັນຜູ້ຄຸ້ມຄອງບໍລິຫານ ຍັງບໍ່ສາມາດສໍາເລັດຕາມກໍານົດເວລາທີ່ກໍານົດໄວ້ ເນື່ອງຈາກຕ້ອງໄດ້ເອົາຂໍ້ມູນລະອຽດດ້ານບຸຄະລາກອນຄູ ຕິດພັນກັບການສະໜອງໂກຕ້າຄູ ແລະ ງົບປະມານສໍາລັບການຄຸ້ມຄອງບໍລິຫານ.

    ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການສະຫຼຸບລາຍງານ ຕີລາຄາການຈັດຕັ້ງປະຕິບັດວຽກງານໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ໃນໄລຍະໜຶ່ງປີທີ່ຜ່ານມາ ແລະ ທິດທາງແຜນການປີ 2022 ແລະ ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາໃນດ້ານຕັ້ງໜ້າ ຂໍ້ຄົງຄ້າງ-ບັນຫາສີ່ງທ້າທ້າຍ ບົດຮຽນທີ່ຖອດຖອນໄດ້ ແລະ ວິທີການແກ້ໄຂໃນຊຸມປີຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສລາວ ມີປະສິດທິຜົນສູງຂື້ນກວ່າເກົ່າ.

    # ຂ່າວ – ພາບ : ເພັດສະໝອນ

error: Content is protected !!