ກາແດງສະວິດ ສະໜອງທຶນ 8,5 ຕື້ກີບ ໃນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສະວີດ ປະຈາລາວ ຈັດຂຶ້ນໃນວັນທີ 25 ເມສາ 2022 ຢູ່ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມລົງນາມລະຫວ່າງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ຕາງໜ້າໃຫ້ອົງການກາແດງສະວີດ ໂດຍທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວີດ ປະຈາລາວ ພ້ອມນີ້ ມີທ່ານຮອງປະທານອົງການກາແດງແຫ່ງຊາດລາວ ຕາງໜ້າຈາກຫ້ອງການ ບັນດາຫ້ອງການວິຊາການ ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການດັ່ງກ່າວ ແມ່ນການຮ່ວມມືເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງອົງການກາແດງແຫ່ງຊາດລາວ ກໍຄືແຜນຈັດຕັ້ງປະຕິບັດວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອອງເລືອດທີ່ປອດໄພ ໂດຍໃຫ້ການສະໜັບສະໜູນໃຫ້ມີການຮັບບໍລິຈາກເລືອດໃຫ້ຫຼາຍຂື້ນ ແນໃສ່ໃຫ້ສາມາດຕອບສະໜອງເລືອດທີ່ພຽງພໍ ແລະ ປອດໄພໃຫ້ຄົນເຈັບທີ່ຕ້ອງການໃຫ້ນັບມື້ນັບດີຂື້ນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ໂຄງການຈະສິ້ນສຸດໃນວັນທີ 31 ທັນວາ 2004 ລວມເປັນມູນຄ່າທັງໝົດ 714.540 ຟລັງສະວິດ ປະມານ 8,5 ຕື້ກີບ ໃຫ້ກັບພື້ນທີໂຄງການຢູ່ແຂວງຫຼວງ ພະບາງ ແຂວງສາລະຫວັນ ແລະ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ.

    ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ໂຄງການດັ່ງກ່າວ ມີຈຸດປະສົງແນໃສ່

  1. ເພີ່ມທະວີການເຂົ້າເຖິງການບໍລິການເລືອດ ແລະ ປັບປຸງຄຸນນະພາບຂອງການບໍລິຈາກເລືອດ ປັບປຸງການປະສານງານ ແລະ ສົ່ງເສີມໃຫ້ສັງຄົມປະກອບສວ່ນໃນການບໍລິຈາກເລືອດໃຫ້ຫຼາຍຂື້ນ ເພື່ອໃຫ້ບັນລຸ 100% ການບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຮຽກຮ້ອງສີ່ງຕອບແທນ
  2. ປັບປຸງການບໍລິການເລືອດໃຫ້ມີຄຸນນະພາບ
  3. ສົ່ງເສີມປະຊາຊົນໃຫ້ປະກອບສວ່ນໃນການບໍລິຈາກເລືອດ ໂດຍສະເພາະ ເລັ່ງໃສ່ກຸ່ມເປົ້າໝາຍທີ່ສາມາດບໍລິຈາກເລືອດໄດ້
  4. ສ້າງຄວາມເຂັ້ມແຂງໃຫ້ອົງການກາແດງແຫ່ງຊາດລາວ ໃນການຄຸ້ມຄອງບໍລິຫານວຽກງານເລືອດໃຫ້ມີຄວາມຍືນຍົງ.

# ຂ່າວ – ພາບ :  ບຸນມີ

error: Content is protected !!