FBT ຊຸກຍູ້ເຄື່ອງນຸ່ງໃຫ້ທັບນັກກີລາລາວ ຮ່ວມຊີເກມ

    ບໍລິສັດ ໂຮງງານ ເອັຟບີທີ ຈຳກັດ ແຫ່ງປະເທດໄທ ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກີລາຍີ່ຫໍ້ FBT ໃຫ້ທັບນັກກີລາລາວ ຈຳນວນ 27 ປະເພດກີລາ ລວມມູນຄ່າ 666 ລ້ານກວ່າກີບ (1.665.950 ບາດ ສະກຸນໄທ) ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 12-23 ພຶດສະພາ 2022 ນີ້.

    ພິທີມອບ-ຮັບການອຸປະຖຳຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2022 ຢູ່ສະໂມສອນຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ນະຄອນຫຼວງວຽງຈັນ ຕາງໜ້າບໍລິສັດ ໂຮງງານ ເອັຟບີທີ ຈຳກັດ ກ່າວມອບຂອງທ່ານ ວຽງສະຫວັນ ແສງຈັນ ຕົວແທນຈຳໜ່າຍເຄື່ອງກີລາ FBT ພຽງຜູ້ດຽວໃນ ສປປ ລາວ ແລະ ກ່າວຮັບໂດຍທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ມີທ່ານ ກະເສມ ອິນທະລາ ຮອງປະທານ ຄອລ ແລະ ທ່ານ ສີຈັນ ຈິດຕະປັນຍາ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນຳກີລາແຕ່ລະເພດເຂົ້າຮ່ວມເປັນສັກຂີພິຍານ.

    ສຳລັບ ສປປ ລາວ ຈະສົ່ງຄະນະນຳ ຄູເຝິກ ແລະ ນັກກີລາ ມີທັງໝົດ 500 ກວ່າຄົນ ຈາກທັງໝົດ 29 ປະເພດກີລາ ເຂົ້າຮ່ວມງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນນີ້ ມີພຽງສອງປະເພດກີລາທີ່ນຳໃຊ້ເຄື່ອງກີລາກຸ້ມຕົນເອງ ແມ່ນບານເຕະຍິງ-ຊາຍ ນຳໃຊ້ເຄື່ອງກິລາຍີ່ຫໍ້ ອີໂວ ເຊິ່ງເປັນຜະລິດຕະພັນຂອງຄົນລາວ ແລະ ກີລາເບັສບອນ ນຳໃຊ້ເຄື່ອງກີລາເບັສບອນສະເພາະ ແນວໃດກໍຕາມ ສະເພາະກີລາທີ່ລັດຖະບານໃຫ້ທຶນສົ່ງເຂົ້າຮ່ວມແຂ່ງຂັນ ມີທັງໝົດ 18 ປະເພດກີລາ ປະກອບມີ: ຄິກ ບ໋ອກຊິ້ງ ໂວວີນາມ ເປຕັງ ມວຍລາວ ວູຊູ ບິນລຽດ-ສະນຸກເກີ ຢູໂດ ລົດຖີບ ປັນຈັກສີລັດ ມວຍປໍ້າ ກະຕໍ້ ເທຄວັນໂດ ຄາຣາເຕໂດ ແລ່ນ-ລານ ລອຍນໍ້າ ມວຍສາກົນ ຍິງທະນູ ແລະ ຍົກນໍ້າໜັກ ສ່ວນກີລາທີ່ກຸ້ມຕົນເອງ ກໍມີບານເຕະຍິງ-ຊາຍ ບານສົ່ງຫາດຊາຍ ຢີມນາສຕິກ ຍິງປືນ ປິ່ງປ່ອງ ເພາະກາຍ ກ໊ອຟ ເທັນນິສ ດອກປີກໄກ່ ອີ-ສະປອດ ແລະ ກີລາແດ້ນສະປອດ.

# ຂ່າວ – ພາບ : ສີພອນ

error: Content is protected !!