ຄະນະໂຄສະນາອົບຮົມສູນກາງພັກ ພົບປະຄະນະໂຄສະນາສຶກສາ ຫວຽດນາມ

ພິທີພົບປະສອງຝ່າຍ ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ ຫົວໜ້າໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ວັນທີ 25 ເມສາ 2022 ທີ່ໂຮງແຮມເໝືອງແທັງ ໂອກາດທີ່ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.

    ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ແກ່ກັນ ແລະ ກັນຊາບ ພ້ອມທັງຕີລາຄາຄືນ ໝາກຜົນຂອງການຮ່ວມມືລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.

     ພາຍຫຼັງທີ່ພົບປະສໍາເລັດ ສະຫາຍ ຄໍາພັນ ເຜີຍຍະວົງ ແລະ ສະຫາຍ ຫງວຽນ ຈ້ອງ ເງ້ຍ ກໍໄດ້ລົງນາມຮ່ວມມືໄລຍະ 2022-2026 ເຊິ່ງມີເນື້ອໃນຄື: ທັງສອງຝ່າຍເຫັນດີໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນທີ່ຍິ່ງໃຫຍ່ ຄວາມສາມັກຄີທີ່ສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ສົມທົບກັນຄັດເລືອກເອກະສານ ສິ່ງພິມຈໍານວນໜຶ່ງ ເພື່ອແປເປັນເອກະສານໂຄສະນາ ຮ່ວມມືກັນສ້າງຜະລິດຕະພັນຂໍ້ມູນຂ່າວສານ ໂຄສະນາເຜີຍແຜ່ຢູ່ລາວ ແລະ ຫວຽດນາມ ຮ່ວມມືສ້າງແຜນການຜັນຂະຫຍາຍການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບການລະນຶກບັນດາວັນສໍາຄັນລວມຂອງສອງຊາດ ສືບຕໍ່ສະໜອງການສະເໜີຂອງຝ່າຍລາວຄື:ສອງປີໃດຈັດຕັ້ງເຝິກອົບຮົມວິຊາສະເພາະກ່ຽວກັບວຽກງານໂຄສະນາອົບຮົມພະນັກງານຝ່າຍລາວໄລຍະສັ້ນສອງເດືອນ ຈໍານວນ 15-20 ຄົນ ສືບຕໍ່ຮ່ວມມືປະສານສົມທົບໃນການຊີ້ນໍາ ຊຸກຍູ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຄະນະໂຄສະນາອົບຮົມຂັ້ນຕ່າງໆຂອງແຕ່ລະຝ່າຍ ເຫັນດີເອກະພາບສືບຕໍ່ເສີມຂະຫຍາຍການຮ່ວມມືແລກປ່ຽນຄະນະຜູ້ແທນດ້ວຍຮູບແບບແຕ່ລະປີຜັດປ່ຽນກັນ ແລະ ເຫັນດີເປັນເອກະພາບນໍາກັນວ່າຄວນຫັນການພົວພັນຮ່ວມມືເຂົ້າສູ່ລວງເລິກຕື່ມອີກ.

    ຕອນທ້າຍ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ຍັງໄດ້ມອບຄອມພິວເຕີ ຈານວນ 20 ຊຸດ ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວຕື່ມອີກ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!