ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄຂຂື້ນວັນທີ 22 ເມສາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານໂດຍທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ປະທານສະພາບໍລິຫານ ທລຍ ພອ້ມດ້ວຍບັນດາຮອງລັດຖະມົນຕີຈາກກະຊວງ ອົງການທຽບເທົ່າກະຊວງ ແລະ ທ່ານຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍ ໃຫ້ການສະໜັບສະໜູນ ເຊິ່ງເປັນກຳມະການສະພາບໍລິຫານ ພິເສດ ໄດ້ມີຜູ້ຕາງໜ້າ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ (SDC) ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານທາງໄກ.

ພາຍຫຼັງມີຜົນສຳເລັດ ກິດຈະກຳຕ່າງໆຂະຫຍາຍໄປສູ່ອີກ 3 ແຂວງໃໝ່ ຄື: ແຂວງຜົ້ງສາລີ ອຸດົມໄຊ ແລະ ຊຽງຂວາງ ແລະ ຍັງສືບຕໍ່ວຽກງານດັ່ງກ່າວຢູ່ແຂວງຫົວພັນ ໃນບ້ວງເງິນ 22,5 ລ້ານໂດລາສະຫະລັດ ປະມານ 269,9 ຕື້ກີບ ແຕ່ປີ 2020 ຫາປີ 2024.

ຕະຫຼອດໄລຍະ 18 ປີຜ່ານມາ ເຫັນວ່າ ທລຍ ໄດ້ປະກອບສ່ວນເຂົ້າໃນແຜນງານຍຸດທະສາດແຫ່ງການເຕີບໂຕ ແລະ ລືບລ້າງຄວາມທຸກຍາກແຫ່ງຊາດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍສະຫັດສະວັດຂອງການພັດທະນາຮອດປີ 2015 ເຊິ່ງທາງກອງທຶນກໍໄດ້ນໍາໃຊ້ຮູບແບບການພັດທະນາ ໂດຍໃຫ້ປະຊາຊົນເປັນເຈົ້າ ມີສ່ວນຮ່ວມໃນການວິເຄາະບັນຫາການວາງແຜນ ກໍານົດກິດຈະການຂອງໂຄງການ ຈັດຕັ້ງປະຕິບັດ ກວດກາ ຕິດຕາມດ້ວຍຊຸມຊົນ ຫຼື ສາກົນເອີ້ນວ່າ: ຮູບແບບ ຊີດີດີ (CDD) ເຊິ່ງສອດຄ່ອງກັບນະໂຍບາຍ 3 ສ້າງຂອງພັກ-ລັດວາງອອກ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ.

ໂອກາດນີ້ ທ່ານ ປອ ເພັດ ພົມພິພັກ ປະທານສະພາບໍລິຫານ ທລຍ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນການປະກອບສ່ວນສະຫຼຸບສັງລວມສະພາບການແກ້ໄຂຄວາມທຸກຍາກຢູ່ປະເທດເຮົາ ແລະ ຖອດຖອນບົດຮຽນ ເພື່ອເປັນພື້ນຖານໃຫ້ການຮ່າງຍຸດທະສາດລຶບລ້າງຄວາມທຸກຍາກແຫ່ງຊາດສະບັບໃໝ່ ແລະ ເປັນການທົບທວນຄືນຮູບແບບວິທີການ ກົງຈັກການຈັດຕັ້ງ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະ 18 ປີຜ່ານມາຂອງ ທລຍ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດຂອງຊຸມຊົນ Community Livelihood Enhancement and Resilience Project (CLEAR) ເປັນໂຄງການໃໝ່ຂອງ ທລຍ ກໍາລັງສຸມໃສ່ກະກຽມໂຄງການດັ່ງກ່າວ ໂດຍຈະເນັ້ນໃສ່ການເຂົ້າເຖິງການບໍລິການຂັ້ນພື້ນຖານສໍາລັບການຜະລິດກະສິກໍາ ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ ເຊິ່ງປະກອບດ້ວຍ 5 ອົງປະກອບ ຄື:
- ການໃຫ້ທຶນສະໜັບສະໜູນພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ
- ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ
- ການເຂົ້າເຖິງການບໍລິການດ້ານໂພຊະນາການ
- ການຄຸ້ມຄອງໂຄງການ ແລະ ການຕິດຕາມ-ປະເມີນຜົນ
- ການຕອບສະໜອງທຶນເມື່ອເກີດເຫດການສຸກເສີນ.
# ຂ່າວ – ພາບ : ບຸນມີ