ເຊີນທ່ຽວຊົມງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ

    ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ຈັດພິທີຖະແຫຼງຂ່າວງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ວັນທີ 26 ເມສາ 2022 ຂຶ້ນວັນທີ 22 ເມສາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດຖະແຫຼງຂອງທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຈັດຂຶ້ນໃນວັນທີ 26 ເມສາ 2022 ໂດຍພາຍໃຕ້ຄຳຂວັນທີ່ວ່າ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ເຊິ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ (ຫຼື WIPO: ດັບໂບຢູໄອພີໂອ) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

ຈຸດປະສົງຂອງສະຫຼອງວັນດັ່ງກ່າວ ກໍເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ ເສີມຂະຫຍາຍຫົວຄິດປະດິດສ້າງ ຫົວຄິດປະດິດແຕ່ງທາງດ້ານສິນລະປະກໍາ ແລະ ວັນນະກໍາ ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງການນໍາໃຊ້ນະວັດຕະກຳເຂົ້າໃນການພັດທະນາເຕັກໂນໂລຊີ ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ.

    ກິດຈະກໍາໃນງານ ຈະໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາຕິດພັນກັບໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ສຳລັບສະຖານທີ່ຈັດງານແມ່ນຈະຈັດຢູ່ມະຫາວິທະຍາໄລແຫ່ງຊາດໃນວັນທີ 26 ເມສາ 2022 ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ ປັດຈຸບັນ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ ມຸມມອງໃໝ່ ຄວາມກະຕືລືລົ້ນໃນການຮຽນຮູ້ ແລະ ກ້າທົດລອງປະດິດສ້າງສິ່ງໃໝ່ໆ ກ້າວໄປສູ່ການສ້າງນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນ ໂດຍສະເພາະຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ:ສ້າງຫຸ່ນຍົນຈຳລອງ ໂປຣແກຣມຄອມພິວເຕີ ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວສູ່ສັງຄົມ.

    ສຳລັບໄວໜຸ່ມຢູ່ໃນພາກທຸລະກິດຂອງລາວກໍປາກົດໃຫ້ເຫັນ ໂດຍໄດ້ສ້າງສັນງານການອອກແບບແຟຊັ່ນ ສ້າງສັນສິລະປະດົນຕີ ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບພລິເຄຊັນໃນໂທລະສັບມືຖື ເປັນຕົ້ນ ແອັບບໍລິການລົດແທກຊີອອນໄລໂລກາ ແຮນດີ ທີ່ເປັນແພລດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ເຊິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງສປປ ລາວ.

    ທ່ານໃຫ້ຮູ້ຕຶ້ມວ່າ: ໃນເດືອນຕຸລາຂອງປີ 2022 ນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນອົງການຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວ ຮ່ວມກັບບັນດາມະຫາວິທະຍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດງານມະຫາກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການວາງສະແດງຜົນງານທາງດ້ານຊັບສິນທາງປັນຍາ ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ ການສ້າງຍີ່ຫໍ້ ແລະ ການອອກແບບສິນຄ້າ ແລະ ການບໍລິການຂອງລາວເຂົ້າສູ່ຕະຫຼາດ  ພ້ອມທັງເປັນເວທີແລກປ່ຽນຄວາມຮູ້ທາງດ້ານຊັບສິນທາງປັນຍາເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາເຊັ່ນ: ສິດທິບັດ ອະນຸສິດທິບັດ ແບບອຸດສາຫະກຳແບບຜັງວົງຈອນລວມ ເຄື່ອງໝາຍການຄ້າ ຖິ່ນກຳເນີດ ພັນພືດໃໝ່ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ ພ້ອມດຽວກັນ ກໍຈະເປັນການສະທ້ອນໃຫ້ເຫັນເຖິງການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງຂອງປະ ເທດເຮົາ ເຮັດໃຫ້ສາທາລະນະຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາຂອງບັນດານັກຄົ້ນຄວ້າ ນັກປະດິດສ້າງ ປະດິດຄິດແຕ່ງ ແລະ ຜູ້ເປັນເຈົ້າຂອງຊັບສິນທາງປັນຍາອື່ນໆ.

        ສໍາລັບງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ແມ່ນຈະໄດ້ຈັດຂຶ້ນວັນທີ 26 ເມສາ 2022 ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ສະນັ້ນ ເຊີນຊວນມາຍັງ ໄວໜຸ່ມ ນັກຮຽນ-ນັກສຶກສາ ນັກຄົ້ນຄວ້າ ນັກວິທະຍາສາດ ນັກປະດິດຄິດສ້າງ ນັກປະດິດຄິດແຕ່ງ ແລະ ຜູ້ເປັນເຈົາຂອງຊັບສິນທາງປັນຍາ ຜູ້ປະກອບການ ນັກທຸລະກິດ ແລະ ຜູ້ມີຄວາມສົນໃຈ ເຂົ້າຮ່ວມງານດັ່ງກ່າວນີ້ດ້ວຍ.

      # ຂ່າວ – ພາບ : ວຽງມາ

error: Content is protected !!