ວິທະຍາຄານກົມມະດຳ ປະກາດທຽບຊັ້ນ-ເລື່ອນຊັ້ນໃຫ້ແກ່ພາກສ່ວນທີ່ຮຽນຈົບຈາກສາຍລັດ

    ວັນທີ 19 ເມສາ 2022 ຜ່ານມານີ້ ວິທະຍາຄານກົມມະດຳ ໄດ້ຈັດຕັ້ງປະກາດທຽບຊັ້ນໃຫ້ແກ່ພະນັກງານ-ນັກຮົບທີ່ຮຽນຈົບວິຊາສະເພາະຈາກສາຍລັດ ໂດຍການເປັນປະທານຂອງສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງວິທະຍາຄານກົມມະດຳ  ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

    ສະຫາຍ ພັນໂທ ຄຳປຸ່ນ ພິມມະສອນ ຮອງພະແນກພະນັກງານວິທະຍາຄານ ໄດ້ຜ່ານຂໍ້ຕົກລົງເລກທີ 1628/ກມທ ນະຄອນຫລວງວຽງຈັນ ວ່າດ້ວຍການປະດັບທຽບຊັ້ນ-ເລື່ອນຊັ້ນນາຍທະຫານ ໃຫ້ນັກຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ວິທະຍາຄານກົມມະດຳ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາທີ 19 ແລະ ມາດຕາທີ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ ປະດັບທຽບຊັ້ນເປັນນາຍທະຫານ ອີງຕາມການຄົ້ນຄ້ວາ ນຳສະເໜີຂອງພະນັກງານກົມໃຫຍ່ການເມືອງກອງທັບ ຕົກລົງປະດັບທຽບຊັ້ນໃຫ້ນັກຮຽນຈຳນວນ 12 ສະຫາຍ ຍິງ 10 ສະຫາຍ ໃນນັ້ນ ປະດັບທຽບຊັ້ນຮ້ອຍໂທໃຫ້ນັກຮຽນຈົບຊັ້ນສູງຈຳນວນ 9 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ ຈຳນວນ 3 ສະຫາຍ.

    ໂອກາດດັ່ງກ່າວ ຮອງຫ້ອງການເມືອງວິທະຍາຄານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານທີ່ໄດ້ຮັບການເລື່ອນຊັ້ນ-ທຽບຊັ້ນໃໝ່ ໃນຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍ ເອົາໃຈໃສ່ການເມືອງນຳພາແນວຄິດເປັນບັນຫາສຳຄັນ  ເພື່ອເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮຽນຈົບມາ ນຳເອາຄວາມຮູ້ ຄວາມສາມາດ ເຂົ້າໃນການບໍລິຫານຢູ່ກົມກອງຕ່າງໆ ພ້ອມກັນສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ.

# ພາບ-ຂ່າວ: ບຸນເກີດ ຈັນທະວົງ.

error: Content is protected !!