ອາເມຣິກາ​ ສະໜັບສະໜູນໂຄງການອາຫານທ່ຽງໃນລາວ

    ການຂົນສົ່ງເຂົ້າສານ ແລະ ໝາກຖົ່ວທີ່ລັດຖະບານສະຫະລັດອາເມຣິກາໃຫ້ການສະໜັບສະໜູນໂຄງການອາຫານທ່ຽງ ເພື່ອຈັດສົ່ງໄປຍັງໂຮງຮຽນປະຖົມ925   ແຫ່ງທົ່ວປະເທດລາວ ທີ່ອົງການອາຫານໂລກ (WFP) ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳໃນໂຄງການດັ່ງກ່າວ ໂດຍການຂົນສົ່ງໄດ້ລຳລຽງມາຮອດປະເທດລາວໃນອາທິດນີ້ ເຊິ່ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 19 ພືດສະພາ 2020 ຢູ່ສາງເກັບເຄື່ອງອົງການ WFP ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ  ປີເຕີ ເອັມ ເຮມອນເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ແລະ ກ່າວຮັບໂດຍທ່ານ ຢານ ເດວບາເລີ ຜູ້ອຳ ນວຍການອົງການອາຫານໂລກປະຈໍາລາວ ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ການຂົນສົ່ງເຂົ້າ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ ລວມທັງໝົດ 1.290 ໂຕນ ຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນສຳລັບນັກຮຽນຊັ້ນປະຖົມ 90.000 ຄົນໃນເຂດຊົນນະບົດຂອງລາວ ເຊິ່ງຈະເລີ່ມຕົ້ນໃນສົກຮຽນໜ້າຂອງເດືອນກັນຍາ 2020 ທີ່ຈະມາເຖິງນີ້ ສຳລັບເດັກນ້ອຍເຫຼົ່ານີ້ ອາຫານທ່ຽງໃນໂຮງຮຽນແມ່ນອາຫານທີ່ມີຄຸນຄ່າທາງໂພຊະນາການພຽງຄາບດຽວທີ່ພວກເຂົາໄດ້ຮັບ  ເນື່ອງຈາກການລະບາດຂອງໄວຣັສໃນໄລຍະ 7 ອາທິດທີ່ຜ່ານມາຂອງການປິດໂຮງຮຽນ ເຮັດໃຫ້ພວກເຂົາບໍ່ໄດ້ຮັບອາຫານທ່ຽງ. 

    ທ່ານ ປີເຕີ ເອັມ ເຮມອນ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມພູມໃຈທີ່ໃນທ່າມກາງພາວະວິກິດຂອງການລະບາດຂອງໄວຣັດໂຄວິດ-19 ສະຫະລັດອາເມຣິກາໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານອາຫານທຽ່ງໃຫ້ໂຮງຮຽນຊັ້ນປະຖົມເຂດຫ່າງໄກສອກຫຼີກກຂອງລາວ ເຊິ່ງອາຫານທ່ຽງຈະຊ່ວຍເຮັດໃຫ້ຜົນການຮຽນຂອງພວກເຂົາດີຂຶ້ນ ແລະ ເພີ່ມອັດຕາການເຂົ້າໂຮງຮຽນຂອງພວກເຂົາ ໂດຍສະເພາະເດັກຜູ້ຍິງ ແລະ ຊຸມຊົນກຸ່ມນ້ອຍ ສະຫະລັດອາເມຣິກາພ້ອມທີ່ຈະໃຫ້ການສະໜັບໜູນ ແລະ ຮ່ວມມືກັບລັດຖະບານລາວໃນການຊຸກຍູ້ສົ່ງເສີມວຽກງານດັ່ງກ່າວໃຫ້ບັນລຸຜົນເປັນຈິງ ນັບແຕ່ການເລີ່ມຕົ້ນຂອງການສະໜັບສະໜູນຂອງອາເມຣິກາໂດຍຜ່ານອົງການອາຫານໂລກ ມີເດັກນ້ອຍໃນລາວຫຼາຍກວ່າ 1,5 ລ້ານຄົນໄດ້ຮັບຜົນປະໂຫຍດຈາກອາຫານທ່ຽງທີ່ມີຄຸນຄ່າທາງໂພຊະນາການ ແລະ ອື່ນໆ.

    ທ່ານ ຢານ ເດວບາເລີ ຜູ້ອໍານວຍການອົງການອາຫານໂລກປະຈໍາລາວ ກ່າວຕື່ມວ່າ: ໂຄງການອົງການອາຫານ ໄດ້ອາຫານທ່ຽງໃນໂຮງຮຽນທີ່ຈັດຕັ້ງປະຕິບັດແມ່ນເຄືອຂ່າຍຄວາມປອດໄພທາງສັງຄົມສຳລັບຫຼາຍຄອບຄົວທີ່ທຸກຍາກ ແລະ ມີຄວາມສ່ຽງ ພວກເຮົາຮູ້ຈາກການປະເມີນຜົນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳ ທີ່ພວກເຮົາໄດ້ເຮັດວຽກຮ່ວມກັນກັບອົງການອາຫານ ແລະ ການກະເສດ (FAO) ເມື່ອບໍ່ດົນມານີ້ ວ່າຢູ່ໃນໄລຍະຂອງການກັກໂຕຜູ້ທຸກຍາກຈະປະສົບບັນຫາໜັກທີ່ສຸດ ໂດຍສະ ເພາະແມ່ນການເຂົ້າເຖິງແຫຼ່ງອາຫານ ເພາະສ່ວນໃຫຍ່ລາຍຮັບຕົ້ນຕໍແມ່ນມາຈາກການອອກແຮງງານ ພ້ອມດຽວກັນນີ້ ພວກເຮົາກໍໄດ້ເຮັດສຸດຄວາມສາມາດເພື່ອຮັບປະກັນໃຫ້ຊຸມຊົນ ກໍຄືຄອບຄົວສາມາດສົ່ງລູກຂອງພວກເຂົາໃຫ້ໄປເຂົ້າໂຮງຮຽນຕາມປົກກະຕິ ໂດຍມີອາຫານທ່ຽງມີສຸຂະພາບດີ ແລະ ເປັນສິ່ງຮັບປະກັນ ສະນັ້ນໃນໂອກາດນີ້ ພວກເຮົາຈຶ່ງຂໍຂອບໃຈເປັນຢ່າງສູງ ສຳລັບຄຳໝັ້ນສັນຍາຂອງສະຫະລັດອາເມລິກາທີ່ເປັນຄູ່ຮ່ວມມື ແລະ ພັດທະນາທີ່ມີມາແຕ່ດົນນານ ໃນການສະໜັບສະໜູນເດັກນ້ອຍໃນໂຮງຮຽນ ແລະ ຄອບຄົວທີ່ຢູ່ໃນເຂດຊົນນະບົດໃນລາວ ໂດຍສະເພາະໃນໄລຍະເວລາທີ່ວິກິດແບບນີ້ໃຫ້ຜ່ານພົ້ນໄປດ້ວຍດີ.

error: Content is protected !!