ສະຖາບັນພັດທະນາສືມືແຮງງານລາວ-ເກົາຫຼີ ເຂັ້ມງວດປ້ອງກັນໂຄວິດ

    ພາຍຫຼັງເກີດການລະບາດຂອງພະຍາດ COVID-19 ຢູ່ຫຼາຍປະເທດໃນທົ່ວໂລກ ໃນນີ້ ລາວເຮົາກໍເປັນອີກປະເທດໜຶ່ງທີ່ເກີດລະບາດ ດັ່ງນັ້ນ ພັກ-ລັດຖະບານຈຶ່ງໄດ້ເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວດ້ວຍຫຼາຍວິທີ ເປັນຕົ້ນປິດການຮຽນ-ການສອນຂອງສະຖາບັນການສຶກສາທຸກຊັ້ນ ແລະ ອື່ນໆ.

    ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສືມືແຮງງານລາວ-ເກົາຫຼີ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພາຍຫຼັງທີ່ກະຊວງສຶກສາທິການ ແລະ ກີລາໄດ້ອອກແຈ້ງການໂຈະການຮຽນການສອນທຸກຊັ້ນເພື່ອຍົກສູງມາດຕະການປ້ອງກັນພະຍາດ COVID-19 ດັ່ງນັ້ນ ສະຖາບັນພັດທະນາສືມືແຮງງານລາວ-ເກົາຫຼີ ຈຶ່ງໄດ້ປະຕິບັດແຈ້ງດັ່ງກ່າວຢ່າງເຂັ້ມງວດ ແລະ ໄດ້ປິດການຮຽນ-ການສອນຊົ່ວຄາວລົງໃນຕົ້ນເດືອນເມສາ ປັດຈຸບັນ ສະພາບການລະບາດພາຍໃນປະເທດເຮົາເລີ່ມເບົາບາງລົງ ພັກ-ລັດຈຶ່ງໄດ້ອະນຸຍາດໃຫ້ເປີດການຮຽນ-ການສອນຄືນໃໝ່ ໂດຍປະຕິບັດຕາມຄຳສັ່ງແນະນຳ ບັນດາແຈ້ງການຕ່າງໆຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ວັນທີ 18 ພຶດສະພາ 2020 ສະຖາບັນພັດທະນາສືມືແຮງງານລາວ-ເກົາຫຼີ ໄດ້ເລີ່ມເປີດການການຮຽນ-ການສອນຄືນໃໝ່ ເປັນຕົ້ນນັກສຶກສາປີສຸດທ້າຍ ຜູ້ທີ່ເຂົ້າເຝິກໃນລະດັບ 5 ແລະ ຫຼັກສູດສະເພາະ 1 ປີ ເປັນຫຼັກສູດເນັ້ນນຄວາມສາມາດທີ່ຮ່ວມມືກັບ ສ ເກົາຫຼີ ສຳລັບຜູ້ເຂົ້າເຝິກລະດັບ 1-4 ຈະເລີ່ມເດືອນມິຖຸນາ 2020 ເປັນຕົ້ນໄປ.​

    ເຖິງແມ່ນວ່າສະພາບການລະບາດຂອງພະຍາດ COVID-19 ໃນປະເທດເຮົາຈະເບົາບາງລົງກໍຕາມ ແຕ່ສະຖາບັນພັດທະນາສືມືແຮງງານລາວ-ເກົາຫຼີ ກໍບໍ່ໄດ້ລົດລະມາດຕະການໃນການປ້ອງກັນເປັນຕົ້ນການຮັກສາໄລຍະຫ່າງ 1 ແມັດ ລ້າງມືດ້ວຍເຈວ ຫຼື ສະບູ່ ໃສ່ຜ້າປິດປາກ-ດັງ ການລະບາດຂອງພະຍາດດັ່ງກ່າວໄດ້ສົ່ງຜົນກະທົບໃນຫຼາຍຂະແໜງການ ໃນນີ້ສະຖາບັນພວກເຮົາໄດ້ຮັບຜົນກະທົບເຊັ່ນດຽວກັນ ເປັນຕົ້ນແມ່ນລາຍຮັບຂອງພະນັກງານຄູ-ອາຈານ ຫຼັກສູດການຮຽນ-ການສອນບໍໍ່ຈົບຕາມກຳນົດເວລາ ສະນັ້ນ ຈຶ່ງຕ້ອງເລື່ອນໄລຍະເວລາອອກໄປ ແນວໃດກໍຕາມ ສະຖາບັນຕ້ອງໄດ້ເລັ່ງໃສ່ການຮຽນ-ການສອນ ການເຝິກໃຫ້ຄົບຕາມກຳນົດເວລາຕາມຫຼັກສູດ ເພື່ອຮັບປະກັນທັງປະລິມານ ແລະ ຄຸນນະພາບ ເພື່ອສະໜອງແຮງງານໃຫ້ຕະຫຼາດແຮງງານທີ່ເປັນຄູ່ຮ່ວມມືໃຫ້ພຽງພໍຕາມຄວາມຕ້ອງການ.

error: Content is protected !!