ສີໂຄດຕະບອງ ມີຜູ້ເປັນພະຍາດໄຂ້ຍຸງລາຍ 24 ກໍລະນີ

ປັດ­ຈຸ­ບັນ ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ດັ່ງ­ນັ້ນ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກໍ​ຄື​ພະ​ແນກ ແລະ ບັນ­ດາ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ໄດ້​ສຸມ​ໃສ່​ໃນ​ການ​ຄວບ​ຄຸມ ໃນ​ນີ້​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ຖື​ສຳ­ຄັນ​ໃນ​ການ​ຕ້ານ ແລະ ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ໃຫ້​ນັບ​ມື້​ຫຼຸດ​ລົງ.

ທ່ານ ປາ​ວີ ຟະ​ລິ​ຈິດ​ທະ​ວົງ ຫົວ­ໜ້າ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ​ສີ​ໂຄດ​ຕະ­ບອງ ໃຫ້​ສຳ­ພາດ​ວັນ​ທີ 19 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໃຫ້​ນັບ​ມື້​ຫຼຸດ​ລົງ ເຊິ່ງ​ການ​ນຳ​ເມືອງ​ໄດ້​ຊີ້​ນຳ​ຢ່າງ​ໃກ້­ຊິດ ໃຫ້​ກັບ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ສົມ­ທົບ​ອາ­ສາ​ສະ­ໝັກ​ບ້ານ ເພື່ອ​ກວດ­ກາ ຕິດ­ຕາມ​ສະ­ພາບ​ການ​ລະ­ບາດ​ຢູ່​ໃນ​ຈຳ­ນວນ 60 ບ້ານ​ຂອງ​ເມືອງ ດ້ວຍ​ການ​ລົງ​ກວດ­ກາ​ໜອນ​ນ້ຳ​ຍຸງ​ລາຍ​ໃນ​ແຕ່​ລະ​ຄອບ­ຄົວ ໂຄ­ສະ­ນາ​ເຜີຍ­ແຜ່​ວິ­ທີ​ການ​ປ້ອງ​ກັນ​ໄຂ້­ຍຸງ​ລາຍ ການ​ປະ­ຕິ­ບັດ 5 ປ ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ.

ສຳ­ລັບ​ມື້­ນີ້ ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ສົມ­ທົບ​ກັບ​ອາ­ສາ​ສະ­ໝັກ​ສອງ​ບ້ານ​ຄື ບ້ານ​ໂພນ​ສະ­ຫວາດ​ໃຕ້ (ມີ​ຜູ້​ເປັນ​ພະ­ຍາດ​ໄຂ້­ຍຸງ​ລາຍ 1 ກໍ­ລະ­ນີ) ແລະ ບ້ານ​ໜອງ​ດ້ວງ ເພື່ອ​ລົງ​ກວດ­ກາ​ໜອນ​ນ້ຳ​ຍຸງ​ລາຍ ຜ່ານ​ການ​ກວດ ເຫັນ​ວ່າ­ຄວາມ​ໜາ​ແໜ້ນ​ຂອງ​ໜອນ​ນ້ຳ​ຍຸງ​ລາຍ​ບໍ່​ພົບ (ເທົ່າ​ກັບ 0) ເຊິ່ງ​ໄດ້​ກວດ​ຈຸດ​ທີ່​ເກີດ​ມີ​ກໍ­ລະ­ນີ​ໄຂ້­ຍຸງ​ໃນ​ລັດ­ສະ­ໝີ 100 ແມັດ.

ນັບ​ແຕ່​ເດືອນ​ມັງ­ກອນ​ມາ​ຮອດ​ປັດ­ຈຸ­ບັນ ທົ່ວ​ເມືອງ​ມີ​ລາຍ​ງານ​ຜູ້​ເປັນ​ພະ­ຍາດ​ໄຂ້­ຍຸງ​ລາຍ 24 ກໍ­ລະ­ນີ ໃນ​ຈຳ­ນວນ 20 ບ້ານ ຖ້າ​ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ​ແມ່ນ​ຫຼຸດ​ລົງ ເຖິງ​ແມ່ນ​ວ່າ​ປີ​ນີ້​ຈະ​ມີ​ຜູ້​ເປັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ຫຼຸດ​ລົງ​ກໍ​ຕາມ ແຕ່​ກໍ​ຍັງ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຄວບ​ຄຸມ ໂດຍ​ໄດ້​ແນະ­ນຳ​ໃຫ້​ບ້ານ​ເພີ່ມ​ທະ­ວີ​ໂຄ­ສະ­ນາ ແລະ ເຜີຍ­ແຜ່​ການ​ປ້ອງ​ກັນ​ໄຂ້­ຍຸງ​ລາຍ ໂດຍ​ສະ­ເພາະ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ພ້ອມ​ນີ້ ກໍ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ພໍ່​ແມ່ນ​ປະ­ຊາ­ຊົນ​ຈົ່ງ​ພ້ອມ​ກັນ​ອະ­ນາ­ໄມ​ສາມ​ສະ­ອາດ​ເປັນ​ປະ­ຈຳ ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ແລະ ອື່ນໆ.

# ຂ່າວ & ພາບ: ອົ່ນ ໄຟ​ສົນ​ທອງ

error: Content is protected !!