LDB ສ້າງກິດຈະກຳການບໍລີການເງິນຝາກແບບປະຢັດໃຫ້ແກ່ພະນັກງານນັກຮົບຢູ່ວິທະຍາຄານກົມມະດຳ

    ວັນທີ 21 ເມສາ 2022 ຜ່ານມານີ້ ທະນາຄານພັດທະນາລາວ (LDB)  ໄດ້ລົງເຄື່ອນໄຫວສ້າງກິດຈະກຳການນຳສະເໜີຜະລິດຕະພັນ ແລະ ການບໍລິການຕ່າງໆ ນຳພາຄະນະໂດຍທ່ານ ສິດທິສອນ ເທບພາລີ ປະທານສະພາ ຂອງທະນາຄານພັດທະນາລາວ ມີທ່ານ ວຽງຄຳ ວັນສີລາວົງ ຮອງອຳນວຍການໃຫຍ່ທະນາຄານພັດທະນາລາວ ມີຫົວໜ້າສາຂາທະນາຄານແຂວງວຽງຈັນ ພ້ອມດ້ວຍຫົວໜ່ວຍບໍລີການ ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ພັນເອກ ບຸນມີ ແກ້ວດວງດີ ຫົວໜ້າຫ້ອງການວິທະຍາຄານກົມມະດຳ ມີບັນດາພະນັກງານ-ນັກຮົບທົ່ວວິທະຍາຄານເຂົ້າຮ່ວມ.

    ທ່ານ ນາງ ທິບພະສອນ ລາດສະພົງ ພະນັກງານວິຊາການການຕະຫຼາດສຳນັກງານໃຫຍ່ຂອງທະນາຄານ ພັດທະນາລາວ ໄດ້ຂື້ນເຜີຍແຜ່ພະລິດຕະພັນ ແລະ ການບໍລິການຕ່າງໆຂອງທະນາຄານໃນທົ່ວປະເທດ ມີ 18 ສາຂາ 80 ໜ່ວຍບໍລິການ ຕູ້ ATM ທົ່ວລະບົບມີ 263 ຕູ້ບໍລີການ ຕູ້ຕົວແທນຝາກ-ຖອນ ຫຼາຍກວ່າ 540 ຕົວແທນ ເຊີ່ງຜະລິດຕະພັນ LDB Trust (Mobile Banking) ແລະ ກະເປົາເງີນດີຈິຕອລຮູບແບບໃໝ່ທີ່ມີຄວາມສະດວກວ່ອງໄວ ເໝາະສົມສໍາລັບລູກຄ້າລາຍບຸກຄົນ ບໍ່ວ່າລູກຄ້າຈະມີບັນຊີ ຫຼື ບໍ່ມີບັນຊີ ທະນາຄານ ພັດທະນາລາວ ກໍສາມາດສະໝັກນຳໃຊ້ໄດ້ແບບສະດວກໃຫ້ແກ່ລູກຄ້າໃນການດໍາເນີນທຸລະກໍາທາງດ້ານການເງີນ ເປັນຕົ້ນແມ່ນ: ການຊໍາລະໃບບິນ ໂອນເງີນພາຍໃນ ຫຼື ຂ້າມທະນາຄານກໍໄດ້ ເຊີ່ງຈະຊ່ວຍໃຫ້ເຈົ້າຂອງບັນຊີສາມາດບໍລິຫານຈັດການ ແລະ ຕິດຕາມບັນຊີຂອງຕົນໄດ້ຕະຫຼອດ 24 ຊົ່ວໂມງ ແລະ ໂອນເງີນຂ້າມທະນາຄານໄດ້ດ້ວຍເລກບັດ ເລກບັນຊີ ໂອນລອຍທາງມືຖື ສາມາດ ລ໊ອກ ຫຼື ປົດລ໊ອກບັດ ATM ທັງນີ້ກໍເພື່ອແນ່ໃສ່ເຮັດໃຫ້ພະນັກງານ – ນັກຮົບ ນັກຮຽນ ນັກສຶກສາທົ່ວວິທະຍາຄານ ເຂົ້າໃຈໄດ້ກ່ຽວກັບການບໍລິີການດ້ານການເງີນທຸລະກຳ ແລະ ຊ່ວຍໃຫ້ປະຢັດເວລາທີ່ມີຄວາມປອດໄພສູງໃຫ້ແກ່ລຸກຄ້າ ແລະ ຮັບປະກັນຈາກ ທະນາຄານພັດທະນາລາວ ຕື່ມອີກ.

# ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.

error: Content is protected !!