ປະເມີນຜົນພະນັກງານ-ລັດຖະກອນ ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່

    ວັນທີ 20 ເມສາ 2022 ຫ້ອງການ-ການເງິນເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມປະເມີນສະເພາະພະນັກງານ-ລັດຖະກອນ ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ຢູ່ຫ້ອງປະຊຸມຫ້ອງການດັ່ງກ່າວ ເປັນປະທານຂອງທ່ານ ຈັນເພັງ ອຸ່ທອງຄຳ ຮອງເຈົ້າເມືອງຫົງສາ ມີຄະນະນກຳມະການປະເມີນຜົນທີ່ກ່ຽວຂ້ອງຂອງແຂວງ ເມືອງ ມີຫົວໜ້າຫ້ອງການ-ການເງິນເມືອງຫົງສາ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງການເຂົ້າຮ່ວມ.

    ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນເມືອງ ກໍໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງຫົງສາ ສະບັບເລກທີ 637/ ຈມ.ຫສ ລົງວັນທີ 3 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະເມີນສະເພາະພະນັກງານ-ລັດຖະກອນ ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ຜ່ານຂໍ້ຕົກລົງຂອງພະແນກການເງິນແຂວງໄຊຍະບູລີ ສະບັບລົງວັນທີ 19 ເມສາ 2022 ວ່າດ້ວຍການແຕ່ງຕັ້ງພະນັກງານພະແນກການເງິນ ສ່ວຍສາອາກອນ ແລະ ຄັງເງິນປະຈຳແຂວງ ລົງສົມທົບຈັດຕັ້ງປະເມີນສະເພາະ ກ່ອນການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານຢູ່ຫ້ອງການ-ການເງິນເມືອງຫົງສາ ພ້ອມນີ້ ຄະນະກຳມະການກໍໄດ້ຢາຍແບບພິມການປະເມີນຕົນເອງ ໃຫ້ເປົ້າໝາຍຜູ້ຖືກປະເມີນສະເພາະຈຳນວນ 6 ທ່ານ ກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ຫຼື ຍົກຍ້າຍໄປຮັບໜ້າທີ່ບ່ອນໃໝ່.

    ໂອກາດນີ້ ທ່ານ ຈັນເພັງ ອຸ່ທອງຄຳ ໄດ້ຮຽກຮ້ອງ ໃຫ້ເປົ້າໝາຍຜູ້ທີ່ຖືກປະເມີນສະເພາະ ຈົ່ງຍົກສູງຄວາມເອົາໃຈໃສ່ຜັນຂະຫຍາຍທາງດ້ານນິຕິກໍາຂອງຂະແໜງການເງິນ ສືບຕໍ່ປະສານງານກັບສາຍຕັ້ງ ແລະ ສາຍຂວາງ ຂະແໜງການທີ່ກ່ຽວຂ້ອງໃຫ້ມີຄວາມສອດຄ່ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສຳເລັດຜົນ.

error: Content is protected !!