ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 11 ຈັດຂຶ້ນວັນທີ 22 ເມສາ 2022 ທີ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການ ສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານຮອງເຈົ້າຄອງ ນວ ພ້ອມດ້ວຍຫົວໜ້າຫ້ອງວ່າການ ນວ ຫົວໜ້າພະແນກ ທ່ານເຈົ້າເມືອງ 9 ເມືອງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຢູ່ແຕ່ລະເມືອງ.

ໂອກາດນີ້ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ທັງເປັນຫົວໜ້າພະແນກການຕ່າງປະເທດ ນວ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານໃນເດືອນເມສາຜ່ານມາ ໂດຍສະເພາະ ໄດ້ຕ້ອນຮັບຄະນະຜູ້ແທນ ຂັ້ນສູງຮ່າໂນ້ຍ ສສ ຫວຽດນາມພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ລະຫວ່າງວັນທີ 3-5 ເມສາ 2022 ລວມທັງໄດ້ຮັບຕ້ອນການນຳຂັ້ນສູງທັງພາຍໃນ ແລະ ປະເທດເພື່ອນມິດ ໄປພ້ອມກັບການຈັດຕັ້ງຜັນ ຂະຫຍາຍໜ້າວຽກຕ່າງໆ.
ສະເພາະວຽກງານຈຸດສຸມໃນເດືອນພືດສະພາ 2022 ລວມມີຫຼາຍໜ້າວຽກທີ່ຈະຕ້ອງສືບຕໍ່ຜັນຂະຫຍາຍ ເຊິ່ງສາມາດສັງລວມເປັນ 16 ວຽກຫຼັກ
- ສືບຕໍ່ຕິດຕາມເອກະສານແຜນຂະຫຍາຍຜັງເມືອງ ແລະ ກົດລະບຽບຄຸ້ມຄອງຜັງເມືອງຕົວເມືອງວຽງຈັນ ຮອດປີ 2030
- ສຶບຕໍ່ປະສານງານວຽກງານສຶກສາ ຮ່າງແຜນແມ່ບົດຕົວເມືອງອັດສະລິຍະຢູ່ ນວ
- ສຶບຕໍ່ຊຸກຍູ້ໂຮງຮຽນ ເຊິ່ງຍັງບໍ່ທັນໄດ້ເປີດການຮຽນ-ການສອນແບບເຊິ່ງໜ້າ
- ສືບຕໍ່ຄົນຄວ້າກ່ຽວກັບການສືບຕໍ່ຂໍອະນຸຍາດສ້າງຕັ້ງວິສາຫະກິດໃໝ່ຢູ່ພາຍໃນເຂະເສດຖະກິດພິເສດ ນວ
- ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຮັບຮອງ 300 ບ້ານ ເຂົ້າເປັນເປົ້າ ໝາຍບ້ານອະນາໄມ ແລະ ກຳຈັດຂີ້ເຫຍື້ອ
- ຄົ້ນຄວ້າໜັງສືສະມາຄົມສາກົນ ເຈົ້າຄອງທີ່ນຳໃຊ້ພາສາຝຣັ່ງ
- ສືບຕໍ່ກະກຽມເປີດກອງປະຊຸມຜູ້ປະກອບການໂຮງສີເຂົ້າ ທີ່ຮ່ວມຊື້-ຂາຍກັບກຸ່ມ
- ສືບຕໍ່ຈັດຕັ້ງປະຕິບັດວຽກງານດີນລັດ ແລະ ລວມໝູ່
- ສືບຕໍ່ຊຸກຍູ້ຕິດຕາມ ກວດກາປະເມີນຜົນວຽກງານຂຶ້ນທະບຽບອອກໃບຕາດີນ ປະຈຳປີ 2022
- ສືບຕໍ່ປະຕິບັດວຽກງານກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການຕິດຕັ້ງສະຖານີສາກ ແລະ ເກັບກຳຂໍ້ມູນພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າໃນ ນວ
- ຕິດຕາມທ່ານຮອງເຈົ້າຄອງລົງຊຸກຍູ້ ແລະ ປະເມີນວຽກງານໂຄງການປະຕິສັງຂອນພະທາດຖິ່ນສ້ອຍ
- ຕິດຕາມການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບອະນຸຍາດສຳປະທານ 55 ສັນຍາ
- ຕິດຕາມ ແລະ ຊຸກຍູ້ບັນດາໂຄງການຕ່າງໆທີ່ໄດ້ເຊັນສັນຍາສຳປະທານ ແລະ ເຊັນບົດບັນທຶກຄວາມ ເຂົ້າໃຈກັບ ນວ
- ສຶບຕໍ່ລົງຊຸກຍູ້ບັນດາເມືອງອ້ອມຂ້າງ ນວ ໃຫ້ດຳເນີນການມາດຕະຖານພົ້ນທຸກ
- ກຽມຊຸກຍູ້ບັນດາພະແນກການເມືອງ ແລະ ອົງການທຽບເທົ່າຂອງ ນວ ຮູ້ນຳໃຊ້ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ໄອຊີທີ)
- ສືບຕໍ່ປະຕິບັດຄຳສົ່ງແນະນໍາຂອງທ່ານເຈົ້າຄອງ ນວ ສະບັບເລກທີ 006/ຈນວ ໃນການເພີ່ມທະວີປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດໄຂ້ຍຸງລາຍ.
ທັງໝົດນີ້ ເພື່ອເປັນບ່ອນອີງໃຫ້ສະມາຊິກອົງການປົກຄອງ ນວ ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ບັນລຸໄດ້ຕາມລະດັບຄາດໝາຍ.
# ຂ່າວ – ພາບ : ບຸນມີ