ພ້ອມກັນໄປສັກວັກຊິນໃຫ້ຄົບໂດສ ແລະ ເຂັມກະຕຸ້ນ ເພື່ອຫຼຸດຜ່ອນການຕິດເຊື້ອ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະ ນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 22 ເມສາ 2022 ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 21 ເມສາ 2022 ໄດ້ກວດວິເຄາະທັງໝົດ 2.809 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 756 ຄົນ (ຕິດເຊື້ອພາຍໃນ 741 ຄົນ ແລະ ນໍາເຂົ້າ 15 ຄົນ) ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 204.274 ຄົນ ອອກໂຮງໝໍວານນີ້ 55 ຄົນ ກຳລັງປິ່ນປົວ 1.660 ຄົນ ແລະ ເສຍຊີວິດທັງໝົດ 730 ຄົນ (ເສຍຊີວິດໃໝ່ 0 ກໍລະນີ).

    ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 741 ຄົນ ແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ສ່ວນ ນວ ມີ 439 ຄົນ ວຽງຈັນ 51 ຄົນ ສະຫວັນນະເຂດ 35 ຄົນ ຫຼວງພະບາງ 26 ຄົນ ໄຊຍະບູລີ 24 ຄົນ ອັດຕະປື 23 ຄົນ ເຊກອງ 21 ຄົນ ຄຳມ່ວນ 17 ຄົນ ຊຽງຂວາງ 16 ຄົນ ໄຊສົມບູນ 15 ຄົນ ຜົ້ງສາລິ 15 ຄົນ ບໍລິຄຳໄຊ 12 ຄົນ ຈຳປາສັກ 11 ຄົນ ສາລະວັນ 11​ ຄົນ ອຸດົມໄຊ 11 ຄົນ ຫົວພັນ 9 ຄົນ ຫຼວງນ້ຳທາ 5 ຄົນ ແລະ ແຂວງບໍ່ແກ້ວ 3 ຄົນ ສໍາລັບການຕິດເຊື້ອນໍາເຂົ້າ ມີ 15 ຄົນ ຈາກສະຫວັນນະເຂດ 8 ຄົນ ນວ 5 ຄົນ ແລະ ຈໍາປາສັກ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ສ່ວນຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື : ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ໂຮງໝໍເມືອງ 9 ຕົວເມືອງ ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປ່າແຫຼບ (ວັນຈັນ-​ສຸກ ໂມງລັດຖະການ) ແລະ ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ວັນຈັນ-ພະຫັດ ໃນໂມງລັດຖະການ) ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

    ໂອກາດນີ້ ທ່ານໄດ້ຮຽກຮ້ອງ ເພິ່ມທະວີມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເຮັດໃຫ້ເປັນປະຈຳ ແລະ ໃຫ້ກາຍເປັນຄວາມຊິນເຄິີຍ ເປັນຕົ້ນແມ່ນການໃສ່ຜ້າປິດປາກ-ດັງຕະຫຼອດເວລາທີ່ຢູ່   ຮ່ວມກັບຄົນອື່ນ

  1. ໝັ່ນລ້າງມືເປັນປະຈຳດ້ວຍສະບູ ແລະ ນ້ຳສະອາດ ຫຼື ຕ້ອງມີເຈວທີ່ມີທາດເຫຼົ້າປະສົມຕິດໂຕຕະຫຼອດເວລາ
  2.  ຮັກສາໄລຍະຫ່າງໃນສະຖານທີ່ເຮັດວຽກ ຫຼື ເວລາທີ່ອອກໄປໃນເຂດຊຸມຊົນ (1 ແມັດ)
  3. ໝັ່ນອະນາໄມເຊັດຖູສີ່ງຂອງທີ່ໃຊ້ຮ່ວມກັນເປັນປະຈຳ ດ້ວຍນ້ຳຢາຂ້າເຊື້ອ ​ຫຼື ເຫຼົ້າ 70 %  ຂື້ນໄປ ກ່ອນ ແລະ ຫຼັງໃຊ້ສິ່ງຂອງ
  4. ຫຼີກລ່ຽງງານໂຮມຊຸມນຸມທີ່ບໍ່ຈຳເປັນ ງານບຸນປະເພນີ ແລະ ອື່ນໆ
  5. ໃນສະຖານທີ່ເຮັດວຽກ ຫຼີກລ່ຽງການກິນເຂົ້າຊຸມກັນ ເພາະເປັນເວລາທີ່ສ່ຽງທີ່ສຸດໃນການຮັບເຊື້ອ ເນື່ອງຈາກເຮົາໄດ້ຖອດຜ້າປິດປາກ-ດັງອອກ ເມື່ອກິນເຂົ້າ ແລະ ຖ້າບໍ່ສາມາດຮັກສາໄລຍະຫ່າງໄດ້ ຄວາມສ່ຽງກໍ່ແມ່ນຍີ່ງເພີ່ມຂື້ນເປັນຫຼາຍເທົ່າ ສຸດທ້າຍ ຖ້າທ່ານຮູ້ສືກບໍ່ສະບາຍ ຫຼື ມີອາການຄ້າຍຄືໄຂ້ຫວັດ ໃຫ້ແຍກຕົວຈາກຄົນອື່ນທັນທີ ພັກຜ່ອນຢູ່ເຮືອນ ຫຼື ເຮັດວຽກຢູ່ເຮືອນຖ້າຈຳເປັນ ແລະ ໄປກວດຫາເຊື້ອທັນທີ  ພ້ອມດຽວກັນ ໂທແຈ້ງໃຫ້ບຸກຄົນອ້ອມຂ້າງ ຫຼື ບຸກຄົນທີ່ມີການພົວພັນກັນໃນໄລຍະ 7  ວັນຜ່ານມາໃຫ້ເຂົາເຈົ້າຮູ້ ເພື່ອໃຫ້ເຂົາເຈົ້າມີສະຕິລະວັງຕົວ ແລະ ຕິດຕາມອາການຕົນເອງ.

    ທຸກຄົນຕ້ອງມີສະຕິໃນການປ້ອງກັນຕົນເອງຢ່າງເຂັ້ມງວດ ສືບຕໍ່ປັບຕົວ ແລະ ປັບປ່ຽນຮູບແບບການດຳລົງຊີວິດ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19 ໄດ້ຢ່າງປອດໄພ ລວມທັງຕໍ່ຕົນເອງ ແລະ ບຸກ ຄົນອ້ອມຂ້າງ ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປົກກະຕິແບບໃໝ່ ມາດຕະການສໍາຄັນອີກຢ່າງໜຶ່ງ ແມ່ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ພ້ອມກັນໄປສັກວັກຊິນໃຫ້ຄົບໂດສ ແລະ ເຂັມກະຕຸ້ນ.

error: Content is protected !!