ປະຊາຊົນລາວໃຫ້ຄວາມສົນໃຈໃນການປົກປ້ອງສັດປ່າ

     ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາລາວ ໄດ້ກ່າວວັນທີ 21 ເມສາ 2022 ວ່າ: ວັນທີ 22 ເດືອນເມສາ ແມ່ນວັນອະນຸຮັກໂລກ ເຊິ່ງແມ່ນວັນທີ່ເຕືອນໃຫ້ລະນຶກເຖິງການປົກປ້ອງອາກາດທີ່ພວກເຮົາຫາຍໃຈ ນໍ້າທີ່ພວກເຮົາດື່ມ ສະຖານທີ່ທຳມະຊາດທີ່ພວກເຮົາໄປ ແລະ ສັດປ່າທີ່ພວກເຮົາໄດ້ເຫັນ ວັນນີ້ ໄດ້ສະເຫຼີມສະຫຼອງຢູ່ປະເທດອາເມຣິກາແຕ່ປີ 1970 ເຊິ່ງຊ່ວຍຫັນປ່ຽນວິທີການຕ່າງໆທີ່ອາເມຣິກາ ແລະ ຫຼາຍປະເທດພົວພັນກັບໂລກທີ່ຢູ່ອ້ອມຕົວພວກເຮົາ ແລະ ຊ່ວຍປ່ຽນແປງມຸມມອງ ແລະ ວິທີການເບິ່ງຂອງພວກເຮົາກ່ຽວກັບຜົນກະທົບບທີ່ເກີດຂຶ້ນກັບໂລກທຳມະຊາດ.

      ເນື່ອງໃນໂອກາດວັນອະນຸຮັກໂລກປີນີ້ ອາເມຣິກາຍັງຈະສືບຕໍ່ສ້າງຄວາມຄືບໜ້າທີ່ໄດ້ເຮັດໃນເຄິ່ງສະຕະວັດຜ່ານມາ ໂດຍຍຶດໝັ້ນພັນທະສັນຍາຂອງພວກເຮົາທີ່ຈະດຳເນີນການຕ່າງໆ ເພື່ອຮັບປະກັນໃຫ້ມີໂລກທີ່ສະອາດ ແລະ ສຸຂະພາບດີ ສຳລັບລູກຫຼານຂອງພວກເຮົາ ການປ່ຽນແປງຂອງພູມອາກາດ ແລະ ການສູນເສຍຖິ່ນທີ່ຢູ່ອາໄສ ເປັນໄພຂົ່ມຂູ່ຕໍ່ການສູນພັນ ຈໍານວນປະມານໜຶ່ງໃນສາມ ເຖິງເຄິ່ງໜຶ່ງຂອງຊະນິດພັນທັງໝົດໃນໂລກພາຍໃນທ້າຍສະຕະວັດນີ້ ເຊິ່ງຢູ່ລາວ ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຈາກຄວາມມຸ່ງຫວັງຂອງພວກທ່ານທີ່ຕ້ອງການປົກປັກຮັກສາ ແລະ ເບິ່ງແຍງດູແລໂລກເຊິ່ງມີຄວາມບອບບາງ ເພື່ອຮັກສາສັດທີ່ມີຄຸນຄ່າຂອງໂລກໄວ້ບໍ່ໃຫ້ສຸນພັນ ສ່ວນວັນສັດປ່າໂລກໃນເດືອນທີ່ຜ່ານມາ ຂ້າພະເຈົ້າໄດ້ໄປຢ້ຽມຢາມສູນອະນຸຮັກສັດປ່າລາວຢູ່ແຂວງວຽງຈັນ ສູນອະນຸຮັກໝີຢູ່ແຂວງຫຼວງພະບາງ ແລະ ສູນອະນຸຮັກຊ້າງຢູ່ແຂວງໄຊຍະບູລີ ຫວ່າງບໍ່ດົນມານີ້ ສູນອະນຸຮັກສັດປ່າລາວ ເຫັນວ່າຈຳນວນປະຊາຊົນທີ່ໄດ້ລາຍງານກ່ຽວກັບອາຊະຍາກຳສັດປ່າເພີ່ມຂຶ້ນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ມີການລາຍງານຜ່ານສາຍດ່ວນ 1601 ຂອງສູນອະນຸຮັກສັດປ່າລາວ ສູນອະນຸຮັກໝີໄດ້ຊ່ວຍຊີວິດໝີຫຼາຍກວ່າ 100 ໂຕຢູ່ໃນລາວຈຳນວນສ່ວນຫຼາຍແມ່ນໄດ້ຮັບການຊ່ວຍເຫຼືອແຕ່ປີ 2017 ເປັນຕົ້ນມາ ອົງການຈັດຕັ້ງເຫຼົ່ານີ້ ອາໄສການຮ່ວມມືກັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ເພື່ອຈັດຕັ້ງປະຕິບັດຂໍ້ແນະນຳກ່ຽວກັບອາຊະຍາກຳສັດປ່າ ແລະ ຈໍານວນການຍຶດ ແລະ ຊ່ວຍເຫຼືອທີ່ເພີ່ມຂຶ້ນ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງ ແລະ ຄວາມສາມາດຂອງລັດຖະບານລາວໃນການຕ້ານການຄ້າສັດປ່າທີ່ຜິດກົດໝາຍ.

    ນອກນັ້ນປະຊາຊົນລາວຍັງໄດ້ໃຫ້ຄວາມສົນໃຈໃນການປົກປ້ອງສັດປ່າຈາກພວກຄ້າສັດປ່າດ້ວຍການໂທລາຍງານຜ່ານສາຍດ່ວນ ໃນຖານະເປັນຄົນອາເມຣິກາທີ່ໄດ້ຖືກມອບໝາຍໃຫ້ມາອາໄສດຳລົງຊີວິດດ້ວຍຄວາມຮັບຜິດຊອບໃນປະເທດລາວ ພວກເຮົາກຳລັງເຮັດວຽກເພື່ອຫຼຸດຜ່ອນຜົນທະທົບດ້ານສິ່ງແວດລ້ອມ ດ້ວຍການປັບປຸງຍຸດທະສາດການຄຸ້ມຄອງພະລັງງານ ນໍ້າ ແລະ ບໍາບັດສິ່ງເສດເຫຼືອຂອງພວກເຮົາຢູ່ໃນສະຖານທູດ ແຕ່ລະຄົນສາມາດສ້າງຄວາມແຕກຕ່າງ ແຕ່ໃນທີ່ສຸດ ການຮ່ວມມືຫຼາຍຝ່າຍ ເປັນວິທີດຽວທີ່ຈະຮ່ວມກັນຊຸກຍູ້ບັນດາບຸລິມະສິດດ້ານສິ່ງແວດລ້ອມຂອງພວກເຮົາ.

    ການລະບາດຂອງພະຍາດໂຄວິດ-19 ໄດ້ຢໍ້າໃຫ້ເຫັນວ່າໂລກພວກເຮົາມີຄວາມເຊື່ອມຕໍ່ກັນ ພວກເຮົາທຸກຄົນເປັນພົນລະເມືອງໂລກທີ່ປະເຊີນກັບຄວາມກົດດັນຫຼາຍ ພວກເຮົາຕ້ອງສືບຕໍ່ເຮັດວຽກຮ່ວມກັນ ເພື່ອຢຸດ ແລະ ຟື້ນຟູຜົນເສຍຫາຍທີ່ໄດ້ເກີດຂຶ້ນ ແຕ່ລະວຽກທີ່ພວກເຮົາປະຕິບັດເພື່ອປັບປຸງຊຸມຊົນຂອງພວກເຮົາຊ່ວຍສ້າງພື້ນຖານທີ່ສາມາດນໍາໄປສູ່ການຈັດຕັ້ງປະຕິບັດລະດັບຊາດ ແລະ ສາກົນທີ່ເຂັ້ມແຂງ ພວກເຮົາໄດ້ເຫັນຫຼາຍຄັ້ງແລ້ວວ່າໂລກສາມາດບັນລຸຄວາມສຳເລັດໄດ້ແນວໃດ ເມື່ອພວກເຮົາມາຮ່ວມມືກັນແກ້ໄຂບັນຫາ ວັນອະນຸຮັກໂລກໄດ້ຢໍ້າເຕືອນໃຫ້ປະຊາກອນທົ່ວໂລກຮູ້ວ່າ ເມື່ອໃດທີ່ພວກເຮົາຍັງສາມັກຄີກັນ ແລະ ສຸມໃສ່ປົກປັກຮັກສາໂລກໜ່ວຍດຽວທີ່ພວກເຮົາມີ ພວກເຮົາສາມາດເຮັດໃຫ້ມັນດີຂຶ້ນສຳລັບຄົນຮຸນໃໝ່ໃນອະນາຄົດ ວັນອະນຸຮັກໂລກນີ້ ຂໍໃຫ້ພວກເຮົາຈົ່ງມີຄວາມພະຍາຍາມສຸດຄວາມສາມາດຮ່ວມກັນ ເພື່ອສ້າງໂລກທີ່ປອດໄພ ມີສະຖຽນລະພາບ ແລະ ຍືນຍົງໃຫ້ຫຼາຍກວ່າເກົ່າ ອາເມຣິກາຍັງຄົງມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບລາວ ແລະ ປະເທດອື່ນໆໃນທົ່ວໂລກ ເພື່ອບັນລຸເປົ້າໝາຍທາງດ້ານສິ່ງແວດລ້ອມຮ່ວມກັນ.

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!