ເຜີຍແຜ່ຜົນຮ້າຍຢາເສບຕິດໃຫ້ນັກຮຽນ ມສ ສິນໄຊ

    ວັນທີ 21 ເມສາ 2022 ເຈົ້າໜ້າທີ່ ປກສ ກຸ່ມ 3 ສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາດຂອງຢາເສບຕິດໃຫ້ຄູອາຈານ ແລະ ນັກຮຽນໂຮງຮຽນ ມັດທະຍົມສົມບູນສຶກສາ (ມສ) ສິນໄຊ ເມືອງຈັນທະບູລີ ເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດ ໂດຍສະເພາະ ວາລະວ່າດ້ວຍຢາເສບຕິດ ເຜີຍແຜ່ໂດຍທ່ານ ພັນໂທ ກົງຕາ ບຸດຕິຈັກ ຫົວໜ້າ ປກສ ກຸ່ມ 3 ສີສະຫວາດ ມີທ່ານ ຈັນທະຄານ ລັດຕະນາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນ ມສ ສິນໄຊ ບັນດາພະນັກງານຄູອາຈານ ແລະ ນັກຮຽນເຂົ້າຮ່ວມເກືອບ 100 ຄົນ.

       ທ່ານ ພັນໂທ ກົງຕາ ບຸດຕິຈັກ ໃຫ້ຮູ້ວ່າ:ການລົງໂຄສະນາຄັ້ງນີ້ ແນໃສ່ປູກຈິດສໍານຶກໃຫ້ນັກຮຽນ  ໂຮງຮຽນ ມສ ສິນໄຊ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ພ້ອມທັງແນະນໍາໃຫ້ນັກຮຽນເຂົ້າໃຈ 6 ບັນຫາທີ່ຄວນເອົາໃຈໃສ່ເພື່ອຫ່າງໄກຈາກຢາເສບຕິດຄື: ຕ້ອງເຝີກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ ແລະ ເປັນຄົນດີຂອງພໍ່ ແລະ ແມ່ ເຄົາລົບນັບຖື ເຊື່ອຟັງຄຳສັ່ງສອນຂອງພໍ່ ແມ່ ແລະ ບອກສອນຂອງຄູອາຈານ ເປັນຄົນມີເຫດຜົນ ມີຄວາມຄິດສ້າງສັນໄປໃນທາງທີ່ດີ ກ້າວໜ້າໃນການດຳລົງຊີວິດ ຮູ້ຍາດເອົາກາລະໂອກາດສ້າງອະນາຄົດ ເມື່ອມີບັນຫາສ່ວນຕົວ ຫຼື ພາຍໃນຄອບຄົວ ບໍ່ໄປຫຍຸ້ງກ່ຽວກັບການພະນັນຕ້ອງຫ້າມທຸກປະເພດ ບໍ່ທ່ຽວເດິກ ຫຼື ໄປມົ້ວສຸມໃນສິ່ງທີ່ບໍ່ດີ ປະຕິເສດຕໍ່ການຢາກຮູ້ ຢາກເຫັນ ຢາກລອງ ເສບຢາເສບຕິດ ແລະ ຢຸດຕິການພົວພັນກັບກຸ່ມຄົນບໍ່ດີໂດຍເດັດຂາດ ແລະ ຄວນໃຊ້ເວລາວ່າງອອກກໍາລັງກາຍຫຼິ້ນກີລາ ຫຼື ສິລະປະ ແລະ ສ້າງກິດຈະກໍາອື່ນໆທີ່ບໍ່ກ່ຽວພັນກັບສິ່ງເສບຕິດ.  

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!