ວັນທີ 19 ເມສາ 2022 ຜ່ານມາ ທ່ານນາງ ວິລາວັນ ເຍ່ຍປໍເຮີ່ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ Kassym-Jomart Tokayev ປະທານາທິບໍດີແຫ່ງສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາສາທາລະນະລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົດສະກູ ສ. ຣັດເຊຍ.
ໃນພິທີຍື່ນສານ ໄດ້ມີບັນດາເອກອັກຄະລັດຖະທູດປະເທດຕ່າງໆເຂົ້າຮ່ວມທັງໝົດ 10 ປະເທດ ຊຶ່ງລວມມີ ປະເທດກູບາ ສປປ ລາວ ໂດມານີແກນ ອາກຊັງຕິນ ບັງກາລາເທດ ເປຣູ ຣູອານດາ ເບນິນ ນີເຈເຣຍ ແລະ ຈາດ. ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ ວັນທີ 18 ເມສາ 2022 ທ່ານທູດເຮົາໄດ້ເຂົ້າຢ້ຽມຄໍານັບ ທ່ານ Adil Kapanovich Tursunov ຮອງລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ ສອງຝ່າຍກໍໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລືກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.
ໃນໂອກາດການຍື່ນສານຕາຕັ້ງ ທ່ານ Kassym-Jomart Tokayev ປະທານາທິບໍດີແຫ່ງສາທາ ລະນະລັດກາຊັກສະຖານ ໄດ້ອອກຄຳເຫັນ ແລະ ໄດ້ເນັ້ນໜັກເຖິງສະພາບການທາງດ້ານພູມສາດ-ການເມືອງ ແລະ ພື້ນຖານເສດຖະກິດໃນທົ່ວໂລກໃນໄລຍະຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກທີ່ສຸດ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງສໍາລັບປະເທດຂອງພວກເຮົາ ຄຽງຄູ່ກັນນັ້ນ ຄວາມເຄັ່ງຕຶງທີ່ກຳລັງເກີດຂຶ້ນ ທີ່ກ່ຽວພັນກັບການພົວພັນສາກົນໃນປັດຈຸບັນ ກໍໄດ້ສົ່ງຜົນສະທ້ອນເຖິງການພັດທະນາໃນທົ່ວໂລກ. ພ້ອມນັ້ນ ທ່ານປະທານາທິບໍ ດີກາຊັກສະຖານ ກໍ່ໄດ້ສະແດງຄວາມມຸ່ງຫວັງໃຫ້ມີການແກ້ໄຂຂໍ້ຂັດແຍ່ງທີ່ກຳລັງເກີດຂື້ນຢ່າງຮີບດ່ວນ ແລະ ຍຸຕິທຳ ໂດຍອີງຕາມກົດບັດຂອງອົງການ ສປຊ.
ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະຫນັບສະໜູນຢ່າງເຕັມທີ່ ສະນັ້ນ ເພື່ອເປັນການກໍ່ສ້າງລັດໃນສະພາບການທີ່ມີການແຂ່ງຂັນ ມີປະຊາທິປະໄຕ ແລະ ມີສັງຄົມຢ່າງແທ້ຈິງ ພວກເຮົາຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ເສີມສ້າງມິດຕະພາບ ກັບບັນດາປະເທດຕ່າງໆໃນທົ່ວ ໂລກ ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມຂອງກາຊັກສະຖານ ແລະ ພ້ອມນັ້ນ ທ່ານ Kassym- Jomart Tokayev ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດ ຕ່າງໆທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາສາທາລະນະລັດກາຊັກສະຖານຢ່າງເປັນທາງການ ໃນນັ້ນ ລວມທັງທ່ານທູດເຮົາ ແລະ ກໍໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍຜ່ານພົ້ນໄປຫວ່າງບໍ່ດົນມານີ້. ພ້ອມດຽວກັນນັ້ນ ທ່ານທູດເຮົາກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດປະຈຳສາທາລະນະລັດກາຊັກສະຖານ ແລະ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງພະນະທ່ານປະທານາທິບໍດີກາຊັກສະຖານ ລວມທັງ ປະຊາຊົນກາສັກສະຖານທຸກຖ້ວນຫນ້າ ຊຶ່ງເພິ່ນກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນເຖິງຄູ່ຮ່ວມຕໍາແໜ່ງແຫ່ງ ສປປ ລາວ ເຊັ່ນດຽວກັນ.
.
# ຂ່າວ – ພາບ : ໄຊບັນດິດ