ທ່ານເຈົ້າຄອງເນັ້ນ ການສຶກສາ ນວ ຕ້ອງຫັນເປັນທັນສະໄໝ ສະດຸ້ງໄວ ກ້າວໄປຢ່າງບໍ່ຢຸດຢັ້ງ

ພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງທົ່ວນະຄອນຫຼວງວຽງຈັນ (ນວ) ຂັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2021-2022 ຈັດຂຶ້ນວັນທີ 21 ເມສາ 2022 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ  ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານເຈົ້າເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ແຂກຖືກເຊີນ ທ່ານຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍ ພະນັກງານຄູ-ອາຈານ ທ່ານຜູ້ປົກຄອງ ແລະ ນັກ ຮຽນເຂົ້າຮ່ວມ.

    ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ຂຶ້ນຜ່ານລາຍງານຜົນການສອບ ເສັງນັກຮຽນເກ່ງທົ່ວ ນວ ປະຈຳສົກຮຽນ 2021-2022 ອັນດັບ 1 ຂັ້ນ ປ5 ວິຊາພາສາລາວ ນາງ ຄານຕາວັນ ມິດສຳ ພັນ ຈາກໂຮງຮຽນປະຖົມ ຊະນະພົນ ວິຊາຄະນິດສາດ ນາງ ອີນທິດາ ໄຊຍະສຸກ ໂຮງຮຽນປະຖົມສິນໄຊ ແລະ ວິຊາໂລກ ອ້ອມຕົວ ນາງ ມິນຕາ ເມືອງປາກ ໂຮງຮຽນປະຖົມປາດຖະໜາ ຂັ້ນ ມ4 ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ນາງ ຕາວັນ ວົງວິໄລ ວິຊາຟີຊິກສາດ ທ້າວ ເພັດນະຄອນ ພົນທະຈັກ ທັງສອງຈາກໂຮງຮຽນ ມສ ປາດຖະໜາ ວິຊາຟີຊິກສາດ ທ້າວ ອຸດົມຄຳ ບຸນວິໄລ ແລະ ວິຊາ ເຄມີສາດ ທ້າວ ວຽງພະຈັນ ມະນີວົງ ທັງສອງຈາກໂຮງຮຽນ ມສ ພອນສະຫວັນຊົນ ເຜົ່າ ສ່ວນຂັ້ນ ມ7 ວິຊາພາສາລາວ-ວັນນະຄະດີ ນາງ ພອນໄພລັກ ໄຊຊະນະ ໂຮງຮຽນ ມສ ວິຣະຖາວອນ ວິຊາຟີຊິກ ສາດ ທ້າວ ລີປໍຢ່າງ ເຍ່ຍກົວ ຈາກ ມສ ວຽງຈັນ ວິຊາເຄມີສາດ ທ້າວ ທົງທໍ ໄຊກົວ ແລະ ວິຊາ ຄະນິດສາດ ທ້າວ ເຕລີ ລໍເບຍຢາວ ທັງສອງຈາກໂຮງຮຽນ ມສ ພອນສະຫວັນຊົນເຜົ່າ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍທ່ານຜູ້ບໍລິຫານການສຶກສາ ພະນັກງານຄູ-ອາຈານ ລວມທັງຜູ້ປົກຄອງ ແລະ ນັກຮຽນ ທີ່ພ້ອມກັນຕັດສິນໃຈສູ້ຊົນຜ່ານຜ່າອຸປະສັກສິ່ງທ້າທາຍຫຼາຍ ຢ່າງ ສິດສອນ ຮໍ່າຮຽນ ຄົນຄວ້າ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສາມາດຍາດຜົນງານມາໄດ້ ຫຼາຍດ້ານ ສະແດງອອກໃນຜົນການສອບເສັງແຂ່ງຂັນນັກຮຽນເກ່ງໃນສົກຮຽນນີ້ ຖືເປັນຜົນງານຕົວຈິງ ສາມາດເຮັດໄດ້ ພ້ອມຮຽກຮ້ອງໃຫ້ເອົາໃຈໃສ່ສຶບຕໍ່ຜົນງານເນັ້ນ 6 ບັນຫາຫຼັກໃນການພັດທະນາການສຶກສາ ນວ ເອົາໃຈໃສ່ພັດທະນາ ຄວາມຮູ້ວິຊາສະເພາະ ພາສາສາກົນ ແລະ ເຕັກໂນໂລຊີທີ່ທັນສະໄໝ ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດ ພັດ ທະນາຕົນເອງຢ່າງຕໍ່ເນື່ອງ ສຶບຕໍ່ບຸກທະລຸພັດທະນາຊັບພະຍາກອນມະນຸດ ຍົກລະດັບດັດສະນີໝາຍ ຄຸນນະພາບທາງ ດ້ານສັງຄົມ ຮັກສາຖານະເປັນສູນກາງຂອງການສຶກສາ ວິທະຍາສາດ ເຕັກໂນໂລຊີ ແລະ ຍົກຄຸນນະພາບຊີວິດ ຂອງຊາວນະຄອນຫຼວງມີບາດກ້າວໃໝ່ ສຶບຕໍ່ປະຕິບັດຍຸດທະສາດການສຶກສາແຫ່ງຊາດ ສຸມໃສ່ການພັດທະນາຊີວິດ ທີ່ທັນສະໄໝ ເພື່ອພ້ອມກັນພັດທະນາສູ່ຍຸກສະໄໝທີ່ສີວິໄລ ຕ້ອງຫັນເປັນທັນສະໄໝ ສະດຸ້ງໄວ ກ້າວໄປຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ : ບຸນມີ

error: Content is protected !!