ສອງອົງການກວດສອບລາວ-ຫວຽດນາມ ແລກປ່ຽນບົດຮຽນຮ່ວມກັນ

ອົງການກວດສອບແຫ່ງລັດ ສປປ ລາວ ຮ່ວມອົງການກວດສອບແຫ່ງລັດ ສສ ຫວຽດນາມ ຈັດກອງປະຊຸມຖ່າຍທອດບົດຮຽນກ່ຽວກັບລະບົບການກວດສອບແຫ່ງລັດຂອງ ສສ ຫວຽດນາມ (ຜ່ານລະບົບສື່ສານທາງໄກ) ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການກວດສອບແຫ່ງລັດ ສປປ ລາວ ວັນທີ 21 ເມສາ 2022 ໃຫ້ເຂົ້າຮ່ວມກຽດຮ່ວມຂອງທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ສປປ ລາວ ແລະ ທ່ານ ເຈີນ ສີ ແທ່ງ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍ.

    ກອງປະຊຸມໃນຄັ້ງນີ້ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດສອບຂອງຕົນໃຫ້ກັນຊາບ ພ້ອມກັນນັ້ນ ກໍໄດ້ແລກປ່ຽນບົດຮຽນ ປະສົບການ ການແລກປ່ຽນການຖາມ-ຕອບ ກ່ຽວກັບບາດກ້າວການເຕີບໃຫຍ່ຂະຫຍາຍຕົວ ແລະ ການປ່ຽນແປງທີ່ສໍາຄັນຂອງວຽກງານການກວດສອບແຫ່ງລັດ ພາລະບົດບາດຕົ້ນຕໍ ໂຄງສ້າງການຈັດຕັ້ງ ກົນໄກການລາຍງານ ແລະ ປະສານງານກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ສສ ຫວຽດນາມ ຕີລາຄາການຮ່ວມມືວຽກງານສອງຝ່າຍໄລຍະຜ່ານມາ ແລະ ຕໍ່ໜ້າ.

    ບົດຮຽນທີ່ໄດ້ຮັບຈາກກອງປະຊຸມໃນຄັ້ງນີ້ ຈະເປັນປະໂຫຍດຕໍ່ຜູ້ເຂົ້າຮ່ວມ ແລະ ເປັນບົດຮຽນອັນລໍ້າຕໍ່ອົງການກວດສອບແຫ່ງລັດ ສປປ ລາວ ນໍາມາໝູນໃຊ້ເຂົ້າໃນການປັບປຸງນິຕິກໍາ ພາລະບົດບາດ ແລະ ໂຄງປະກອບການຈັດຕັ້ງຂອງອົງການກວດສອບແຫ່ງລັດໃນອະນາຄົດ    ກ້າວໄປສູ່ການມີລະບົບກວດສອບທີ່ແທດເໝາະກັບສະພາບການພັດທະນາ ສປປ ລາວ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!