ຮ່ວມກັບຫຼາຍພາກສ່ວນ ໃນການຈັດຕັ້ງປະຕິບັດສໍາຫຼວດດັດຊະນີໝາຍສັງຄົມລາວຄັ້ງທີ III

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ  (MOU)  ກ່ຽວກັບການຈັດຕັ້ງປະຕິບັດການສໍາຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ III ປີ 2022-2023 ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດຂຶ້ນວັນທີ 22 ເມສາ 2022 ທີ່ສູນສະຖິຕິແຫ່ງຊາດ ຮ່ວມລົງນາມໂດຍທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ Pia Britto ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບເດັກ (UNICEF) ແລະ ທ່ານນາງ Mariam A.Khan ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ການສໍາຫຼວດດັດຊະນີໝາຍສັງຄົມລາວ ແມ່ນການສໍາຫຼວດຕົວແທນລະດັບຊາດ ໂດຍຮ່ວມສຳຫຼວດສອງປະເພດຄື ການສໍາຫຼວດສຸຂະພາບແມ່ ແລະ ເດັກ (MICS) ແລະ ການສໍາຫຼວດສຸຂະພາບປະຊາກອນ (DHS) ການສໍາຫຼວດຄັ້ງທີ III ນີ້ ແມ່ນເກັບກໍາຂໍ້ມູນສະຖິຕິທາງດ້ານສັງຄົມ ປະກອບມີ ດ້ານສຸຂະພາບ ໂພຊະນາການ ການສຶກສາ ການພັດທະນາ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ແລະ ອື່ນໆ ເພື່ອສະໜອງຂໍ້ມູນໃຫ້ແກ່ການສ້າງແຜນຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ປີ 2021-2025 ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງບັນດາຂະແໜງການ ແລະ ຂັ້ນທ້ອງຖິ່ນ ການສໍາຫຼວດຄັ້ງນີ້ ກວມເອົາ 1.050 ບ້ານ ກວມເອົາ 21.000 ຄົວເຮືອນ ໂດຍກະຈາຍຕາມເຂດຕົວເມືອງ ຊົນນະບົດມີເສັ້ນທາງເຂົ້າເຖິງ ແລະ ຊົນນະບົດບໍ່ມີເສັ້ນທາງເຂົ້າເຖິງໃນຂອບເຂດທົ່ວປະເທດ ໂດຍເປົ້າໝາຍການສໍາຫຼວດແມ່ນຫົວໜ້າຄົວເຮືອນແມ່ຍິງອາຍຸ 15-49 ປີ ຜູ້ຊາຍ ອາຍຸ 15-49 ປີ ເດັກນ້ອຍ 5-17 ປີ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ນອກຈາກນີ້ ຈະໄດ້ມີການວັດແທກນ້ໍາໜັກ ລວງສູງຂອງເດັກນ້ອຍອາຍຸຕ່ໍາກວ່າ 5 ປີ ການວັດແທກຄຸນນະພາບນ້ໍາດື່ມ ແລະ ການວັດແທກເກືອໄອໂອດີນຂອງຄົວເຮືອນ.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!