ເຜີຍແຜ່ດໍາລັດ ເລກທີ 123/ລບ ແລະ ບົດແນະນໍາສະບັບເລກທີ 607/ຖວທ

ກອງປະຊຸມເຜີຍແຜ່ດໍາລັດ ເລກທີ 123/ລບ ແລະ ບົດແນະນໍາສະບັບເລກທີ 607/ຖວທ ວ່າດ້ວຍການສ້າງບ້ານຄອບຄົວ ແລະ ບ້ານວັດທະນະທໍາ ວັນທີ 22 ເມສາ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັດທະນະທໍາ ມະຫາຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີຫົວໜ້າຂະແໜງການ ກອງວິຊາການ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ 9 ຕົວເມືອງ ຕະຫຼອດຮອດວິຊາການອ້ອມຂ້າງພະແນກເຂົ້າຮ່ວມ.

    ການເຜີຍແຜ່ດໍາລັດວ່າດ້ວຍການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໃຫ້ກັບບັນດາພະນັກງານວິຊາການຂອງພະແນກ ແລະ ບັນດາຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງໃນນະຄອນຫຼວງວຽງຈັນ ເພື່ອນຳເອົາໄປຈັດຕັ້ງປະຕິບັດເຂົ້າໃສ່ວຽກງານຕົວຈິງໃຫ້ມີຄຸນນະພາບ ຕາມເງື່ອນໄຂມາດຖານທີ່ດຳລັດໄດ້ກຳນົດໄວ້ ເຊິ່ງດໍາລັດດັ່ງກ່າວໄດ້ກໍານົດຫຼັກການ ລະບຽບການໃນການຄຸ້ມຄອງ ກວດກາວຽກງານສ້າງຄອບຄົວ ແລະ ບ້ານວັດທະນະທໍາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຄວາມເປັນເອກະພາບ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ ຊຸກຍູ້ການພັດທະນາດ້ານວັດຖຸ ແລະ ຈິດໃຈຂອງຄອບຄົວ ແລະ ບ້ານໃຫ້ດີຂຶ້ນ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ສ້າງສະຕິເຄົາລົບ ປະຕິບັດກົດໝາຍ ອະນຸຮັກຮັກສາ ສົ່ງເສີມຄຸນຄ່າມູນເຊື້ອວັດທະນະທໍາອັນດີງາມຂອງຊາດຂອງເຜົ່າ ເລືອກເຟັ້ນຮັບເອົາສິ່ງຍອດຍິ່ງ ທີ່ສອດຄ່ອງທາງດ້ານວັດທະນະທໍາຂອງຍຸກສະໄໝ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຊິ່ງດໍາລັດດັ່ງກ່າວປະກອບມີ 8 ໝວດ 32 ມາດຕາ.

     .# ຂ່າວ – ພາບ : ຂັນທະວີ        

error: Content is protected !!