3 ເດືອນຕົ້ນປີ ນວ ປະຕິບັດລາຍຮັບໄດ້ 1.200 ກວ່າຕື້ກີບ

    ກອງປະຊຸມຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີກະຊວງການເງິນ ຕໍ່ກັບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ຈັດຂຶ້ນວັນທີ 21 ເມສາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ສີລິລາດທົງສີນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ມີຫົວໜ້າ ຮອງຫົວໜ້າກົມອ້ອມຂ້າງກະຊວງການເງິນ ຫົວໜ້າຫ້ອງການ-ການເງິນເມືອງ ແລະ ຂະແໜງການເງິນປະຈຳນະຄອນຫຼວງວຽງຈັນເຂົ້າຮ່ວມ.

    ທ່ານ ສີລິລາດທົງສີນ ທອງເພັງ ໄດ້ຂຶ້ນລາຍງານສະຫຼຸບຕີລາຄາໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ບັນດາມາດຕະການການຈັດຕັ້ງປະຕິບັດວາລະແຫ່ງຊາດຕໍ່ກອງປະຊຸມ ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ໄລຍະ 3 ເດືອນ ປີ 2022 (ແຕ່ວັນທີ 1 ມັງກອນ ຮອດວັນທີ 19 ເມສາ 2022) ດ້ານລາຍຮັບທັງໝົດສາມາດປະຕິບັດໄດ້ທັງໝົດ 1.200,51 ຕື້ກີບ ເທົ່າກັບ 21,53% ຂອງແຜນການປີ 5.576,34 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 6,94% ເປັນເງິນ 77,92 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ (ພາສີ) ສາມາດປະຕິບັດໄດ້ 807,95 ຕື້ກີບ ເທົ່າກັບ 19,71% ຂອງແຜນການປີ 4.100 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ຫຼຸດ 5,55% ເປັນເງິນ 47,44 ຕື້ກີບ). ລາຍຮັບທ້ອງຖິ່ນ (ນວ) ສາມາດປະຕິບັດໄດ້ 392,55 ຕື້ກີບ ເທົ່າກັບ 26,59% ຂອງແຜນການປີ 1.476,34 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 46,92% ເປັນເງິນ 125,36 ຕື້ກີບ) ໃນນີ້ ສ່ວຍສາອາກອນສາມາດປະຕິບັດໄດ້ 367,95 ຕື້ກີບ ເທົ່າກັບ 26,28% ຂອງແຜນການປີ 1.400 ຕຶ້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 44,40% ເປັນເງິນ 113,13 ຕື້ກີບ) ຊັບສິນຂອງລັດສາມາດປະຕິບັດໄດ້ 24,11 ຕື້ກີບ ເທົ່າກັບ 31,85% ຂອງແຜນ ການປີ 75,71 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 94,96% ເປັນເງິນ 11,74 ຕື້ກີບ) ວິສາຫະກິດລັດລົງທຶນສາມາດປະຕິບັດໄດ້ 484,53 ລ້ານກີບ ເທົ່າກັບ 76,53% ຂອງແຜນການປີ 633,10 ລ້ານກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 100% ເປັນເງິນ 484,53 ລ້ານກີບ) ລາຍຮັບອື່ນໆ ສາມາດປະຕິບັດໄດ້ 5,58 ລ້ານກີບ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!