ກັກຕົວເປົ້າໝາຍຢາເສບຕິດພ້ອມຂອງກາງສົ່ງໃຫ້ ປກສ

ທ່ານ ພັນໂຕ ທອງເຄນ ພອນທິວົງ ຫົວໜ້າ ປກສ ກຸ່ມຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີ ເວລາ 12:00 ໂມງວັນທີ 20 ເມສາ 2022 ມີຄົນມົ້ວສຸມ ແລະ ຄ້າຂາຍຢາເສບຕິດຢູ່ເຂດບ້ານນາຂາວ ເມືອງໄຊທານີ  ເຈົ້າໜ້າທີ່ ປກສ ກຸ່ມຫົວຊຽງ ຈຶ່ງສົມທົບກັບ ປກສ ກຸ່ມຫ້ວຍຈຽມ ລົງຕິດຕາມພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຕົກມາຮອດເວລາ 16:00 ໂມງຂອງວັນດຽວກັນ ຈຶ່ງນໍາກໍາລັງເຂົ້າກັກຕົວເປົ້າໝາຍຢາເສຍຕິດ ຊາບຊື່ພາຍຫຼັງຊື່ ທ້າວ ໝອນສີ ອາຍຸ 53 ປີ ອາຊີບກໍາມະກອນ ຢູ່ບ້ານນາຂາວ ເມືອງໄຊທານີ  ພ້ອມຂອງກາງຢາບ້າ 134 ເມັດ ມອບສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊທານີ ນໍາໄປສືບສວນ-ສອບສວນ ເປີດກວ້າງຂະຫຍາຍຜົນຫາກຸ່ມແກ້ງ ເພື່ອດໍາເນີນຄະດີຕາມກົດໝາຍ.

     ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງເປັນເຈົ້າການປະຕິບັດສິດ-ພັນທະຂອງຕົນປະກອບສ່ວນ ເຂົ້າໃນວຽກງານຮັກສາຄວາມສະຫງົບ ຖ້າພົບເຫັນປາກົດການທີ່ຜິດຕໍ່ກົດໝາຍ ໃຫ້ລາຍງານ ສົ່ງຂໍ້ຄວາມມາຍັງວັອດແອັບເບີ 02028899774 ຫຼື ຜ່ານເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.  

error: Content is protected !!