ລ້ານຊ້າງມິເນໂຣນສ໌ ມອບລາຍຮັບໃຫ້ລັດຫຼາຍສິີບລ້ານໂດລາ

        ບໍ​ລິ​ສັດ ລ້ານ​ຊ້າງມິ​ເນ​ໂຣນ​ສ໌ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ໄດ້ມອບ​ເງິນ 5.582.907,81 ໂດລາ​ສະ​ຫະ​ລັດ ສຳ​ລັບ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ໄຕ​ມາດ​ທີ 4 ​ປີ 2021 ຈາກການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ (ລວມ​ທັງ​ໝົດຫຼາຍກວ່າ 17,24 ລ້ານໂດ​ລາ ​​ປີ 2021) ເຊິ່ງ​ລວມຍອດ​ລາຍ​ຮັບ​ມອບ​ໃຫ້​​ລັດ​ຖະ​ບານລາວ​ປີ 2021 (ລວມ​ທັງ​ອາ​ກອນ​ຕ່າງໆ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ) ຫຼາຍກວ່າ 40,84 ລ້ານ​ໂດລາ.

     ພິທີມອບຈັດຂຶ້ນວັນທີ 20 ເມ​ສາ 2022 ຜ່ານມາ ທີ່ກະຊວງການເງິນ ກ່າວມອບໂດຍທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫ​ຍ່ບໍ​ລິ​ສັດ ລ້ານ​ຊ້າງມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ແລະ ກ່າວຮັບໂດຍທ່ານ ພຸດ​ທະ​ສິນ ເຮືອງ​ທະ​ວົງ ຫົວ​ໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ ກະ​ຊວງ​ການ​ເງິນ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າ​​ຮ່ວມ.  

    ນັບ​ເປັນ​ນິ​ມິດ​ໝາຍ​ທີ່​ດີ ທີ່​ທ​າງຂັ້ນ​ສູນ​ກາງ​ໄດ້​ເລີ່ມ​ຕົ້ນມີ​ການ​ກະ​ຈາຍ​ລາຍຮັບ​ລົງ​ສູ່​ທ້ອງ​ຖິ່ນ ເຊິ່ງ​ທາງ​ກົມ​ຄຸ້ມ​ຄອງຊັບ​ສິນ​ແຫ່​ງ​ລັດ ໄດ້​ແຈ້ງໃຫ້​ຊາບ​ວ່າ ລາຍ​ຮັບ​ຈາກ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​​ປີ 2021 ​ໄດ້​ຖືກ​ແບ່ງ​ປັນ​ລົງ​ສູ່​ແຂວງ​ສະ​ຫວັນ​ນະ​ເຂດ​ປະ​ມານ 7,5 ລ້ານ​ໂດ​ລາ​ ເຊິ່ງ​ໄດ້​ກາຍເປັນ​ຄວາມ​ພາກ​ພູມ​ໃຈ​ຂອງ​ຜູ້​ພັດ​ທະ​ນາ ກໍ​ຄື​ບໍ​ລິ​ສັດ ລ​ຊມ​ລ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ກໍ​ຄື​ແຂວງ​ເຈົ້າ​ພາບ ນັບແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ​​ປີ 2003 ເປັນ​ຕົ້ນ​ມາ ບໍ​ລິ​ສັດ ລຊມລ ໄດ້​ປະ​ກອບ​ສ່ວນພັນ​ທະ​ຂອງ​ຕົນ​ທີ່​ເປັນ​ລາຍ​ຮັບ​ໂດຍ​ກົງໃຫ້​ລັດ​ຖະ​ບານ​ລາວ ​ເປັນ​ເງິນ​ທັງໝົດຫຼາຍກວ່າ 1,6 ຕື້ໂດ​ລາ​ ລວມ​ທັງຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ທັງ​ໝົດຫຼາຍກ່​ວາ ​383 ລ້ານໂດ​ລາ​.

 # ຂ່າວ – ພາບ : ສົມສະຫວັນ

error: Content is protected !!