ປະທານສະມາຄົມນັກຂ່າວ ພົບປະກັບທູດ EU

    ໃນວັນທີ 20 ເມສາ 2022 ຜ່ານມານີ້ ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານທູດ ອີນາ ມາຈູລີໂອນີແຕ (Ina Marciulionyte) ເອກອັກຄະລັດຖະທູດສະຫະພາບເອີຣົບ (EU) ປະຈຳ ສປປ ລາວ ແລະ ທ່ານ ນາງ ຟັງເຊັດກາ ອາລາໂຕ້ (Francesca ARATO).

    ໃນໄລຍະຜ່ານມາການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ມີບັນຍາກາດທີ່ດີ ແລະ ຮັບຜົນປະໂຫຍດໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດການສຶກສາ ສາທາລະນະສຸກ ກະສິກໍາ ວັດທະນະທໍາ-ສັງຄົມ ແລະ ອື່ນໆ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ພ້ອມນັ້ນ ກໍໄດ້ມີການຮ່ວມມືເປັນຢ່າງດີໃນດ້ານວຽກງານຖະແຫຼງຂ່າວ.

    ການພົບປະກັນລະຫວ່າງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໃນຄັ້ງນີ້ ຈຸດປະສົງຫຼັກໆ ກໍເພື່ອແຈ້ງຂົງເຂດການຮ່ວມມືໃນອະນາຄົດໃນຂອບໂຄງການໃໝ່ທີ່ທາງທູດສະຫະພາບເອີຣົບປະຈຳ ສປປ ລາວ ເປີດໃຫ້ສະໝັກ ໂດຍຈະເນັ້ນໃສ່ການສ້າງຄວາມສາມາດໃຫ້ແກ່ນັກຂ່າວຂອງ ສປປ ລາວ ໃນຕໍ່ໜ້າ.

     .# ຂ່າວ – ພາບ : ເພັດສະໝອນ

error: Content is protected !!