ໄຂນໍາໃຊ້ເສັ້ນທາງບ້ານນໍ້າໂມ້ ເຊື່ອມຈອດກັບເທສະບານເມືອງໄຊສົມບູນ

    ພິທີມອບ-ຮັບ ເສັ້ນທາງບ້ານນໍ້າໂມ້ ເມືອງອະນຸວົງ ແຂງໄຊສົມບູນ ໂດຍໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ພູເບ້ຍ ມາຍນິ້ງ ຈັດຂຶ້ນວັນທີ 21 ເມສາ 2022 ຢູ່ບ້ານດັ່ງກ່າວ ໂດຍມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ມີທ່ານຮອງລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ ທ່ານຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີທ່ານຮອງເຈົ້າແຂວງ ປະທານບໍລິສັດ ພູເບ້ຍ ມາຍນິ້ງ ບັນດາຫົວໜ້າກົມ ຫົວໜ້າພະແນກກ່ຽວຂ້ອງ ພ້ອວດ້ວຍອໍານາດການປົກຄອງທ້ອງຖິ່ນເຂົ້າຮ່ວມ.

    ບໍລິສັດ ພູເບ້ຍ ມາຍນິ້ງ ໄດ້ລົງທຶນ 100% (1.422.500 ໂດລາສະຫະລັດ) ໃນການໍ່ສ້າງເສັ້ນທາງ ເຊິ່ງມີຄວາມຍາວ 2,72 ກິໂລແມັດ ກວ້າງ 6 ແມັດ ເລີ່ມຈາກເຂດໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ໄປຈົນເຖິງໂຮງຮຽນມັດທະຍົມສົມບູນບ້ານນໍ້າໂມ້ ເຊິ່ງບ້ານນໍ້າໂມ້ ແມ່ນບ້ານໜຶ່ງທີ່ໄດ້ຮັບຜົນປະໂຫຍດທາງກົງຈາກຫຼາຍໆໂຄງການພັດທະນາຊຸມຊົນຂະໜາດນ້ອຍຂອງບໍລິສັດນັບແຕ່ປີ 2008 ເປັນຕົ້ນມາ ເສັ້ນທາງທີ່ໄດ້ສ້າງສໍາເລັດໃໝ່ດັ່ງກ່າວ ແມ່ນເສັ້ນທາງສາຍສໍາຄັນ ເຊິ່ງເຊື່ອມຈອດກັບເຂດເທສະບານເມືອງໄຊສົມບູນ ແລະ ຜູ້ຊົມໃຊ້ເສັ້ນທາງອື່ນໆສາມາດນໍາໃຊ້ເປັນເສັ້ນທາງເລືອກເພື່ອເດີນທາງໄປແຂວງຊຽງຂວາງ.

    ກ່ອນການລົງທຶນຂອງບໍລິສັດ ໃນການກໍ່ສ້າງເສັ້ນທາງເບຕົງ ບໍລິສັດ ພູເບ້ຍ ມາຍນິ້ງ ໄດ້ຮັບການສະເໜີຈາກແຂວງໄຊສົມບູນເພື່ອປັບປຸງເສັ້ນທາງຢູ່ບ້ານນໍ້າໂມ້ ແລະ ເຫັນວ່າເສັ້ນທາງເດີມບໍ່ມີຄວາມປອດໄພສໍາລັບຜູ້ຊົມໃຊ້ທາງ ດ້ວຍການເລັງເຫັນຜົນປະໂຫຍດຕ່າງໆທີ່ຈະມີແກ່ບ້ານທີ່ຕິດກັບເຂດດໍາເນີນງານ ແລະ ຊຸມຊົນອ້ອມຂ້າງອື່ນໆ ບໍລິສັດຈຶ່ງຈັດສັນກອງທຶນທີ່ບໍ່ນອນໃນພັນທະຂອງສັນຍາ ວ່າດ້ວຍການສໍາຫຼວດ ແລະ ຜະລິດແຮ່ທາດ ສະບັບປີ 1994 ເຊິ່ງໃນປີ 2020 ທີມງານຈາກພະແນກບໍາລຸງສ້ອມແປງ ແລະ ພື້ນຖານໂຄງລ່າງຂອງບໍລິສັດ ໄດ້ເລີ່ມກໍ່ສ້າງເສັ້ນທາງດັ່ງກ່າວ ໂດຍແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ມີການສ້ອມແປງເສັ້ນທາງລວມໄລຍະ 1,92 ກິໂລແມັດ ເຊິ່ງເລີ່ມຈາກເດືອນພະຈິກ 2020 ຫາເດືອນມັງກອນ 2021 ໄລຍະທີ 2 ປະກອບມີການກໍ່ສ້າງເສັ້ນທາງຕື່ມອີກ 800 ແມັດ ເຊິ່ງເບື້ອງຕົ້ນໄດ້ວາງໄວ້ໄຕມາດທີ 2 ຂອງປີ 2021 ເຖິງຢ່າງໃດກໍຕາມ ໂຄງການແມ່ນໄດ້ຊັກຊ້າອອກໄປ ເນື່ອງຈາກມີການປິດການເຂົ້າ-ອອກພື້ນທີ່ໃນທົ່ວປະເທດ ຈາກກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມຂຶ້ນ ເຊິ່ງໃນເດືອນຕຸລາ ປີ 2021 ພາຍຫຼັງທີ່ໄດ້ມີການຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ໄດ້ເລີ່ມໂຄງການໄລຍະທີ 2 ແລະ ສໍາເລັດໃນເດືອນທັນວາ 2021.

.# ຂ່າວ – ພາບ : ສີພອນ

error: Content is protected !!