ກົມຄຸ້ມຄອງຊັບສິນແຫ່ງລັດ ເປີດເວັບໄຊການຊື້-ຈັດຈ້າງດ້ວຍທຶນຂອງລັດ

    ພິທີເປີດເວັບໄຊ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຈັດຂຶ້ນວັນທີ 21 ເມສາ 2022 ຢູ່ກົມສວຍສາອາກອນ ກະຊວງການເງິນ ໂດຍເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ມີທ່ານ Alexander Kremer ຫົວໜ້າຫ້ອງ ການທະນາຄານໂລກ ປະຈຳລາວ ທ່ານ ນາງ ອີມາ ມາຈຸລີໂອນີເຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ບັນດາທ່ານຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມ ຄະນະພະແນກທຸກທ່ານທີ່ມາຈາກບັນດາກົມອ້ອມຂ້າງກະຊວງການເງິນ ແລະ ບັນດາກະຊວງຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ວຽກງານການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກໍແມ່ນມາດຕະການໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ເຊິ່ງໄດ້ຖືເອົາວຽກງານດັ່ງກ່າວເປັນວາລະແຫ່ງຊາດ ສະນັ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງຢ່າງເຂັ້ມງວດ ເຕັມຮູບແບບ ແລະ ເອກະພາບກັນທົ່ວປະເທດ ຖ້າພວກເຮົາບັນລຸຈຸດປະສົງ  ແລະ  ເປົ້າໝາຍນີ້ໄດ້ຄາດວ່າ ພວກເຮົາຈະສາມາດປະຢັດງົບປະມານແຫ່ງລັດໄດ້ເຖິງ 10-15%.

    ໂດຍການໃຫ້ທຶນຈາກສະພາບເອີຣົບ (PFMRP) ເຊິ່ງໃນນີ້ ວຽກງານຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກໍແມ່ນອົງປະກອບໜຶ່ງທີ່ນອນຢູ່ໃນແຜນງານດັ່ງກ່າວ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການ EU ຜ່ານ WB ເພື່ອມາພັດທະນາ ແລະ ປັບປຸງລະບົບການຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນກວ່າເກົ່າ ໂດຍໄດ້ມອບໝາຍໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນກົມວິຊາການຮັບຜິດຊອບ ການພັດທະນາຫຼັກແມ່ນ ມີ 2 ໜ້າວຽກ ຄື: 1 ສ້າງຂີດຄວາມສາມາດໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງວຽກງານຈັດຊື້-ຈັດຈ້າງໃຫ້ແກ່ພາກລັດ 2 ວຽກງານຫັນເປັນທັນສະໄໝ ກໍຄືການສ້າງເວັບໄຊ ເພື່ອເຜີຍແຜ່ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິບັດກົດໝາຍໃຫ້ກ້ວາງຂວາງ ແລະ ບັນລຸຈຸດປະສົງ ແລະ ຫຼັກການ ຂອງກົດໝາຍ ຮັບປະກັນດ້ານຫຼັກການ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ສອດຄອງກັບແຜນງົບປະມານແຫ່ງລັດ ຮັບປະກັນຄວາມສະເໝີພາບ ຍຸຕິທໍາ ໂປ່ງໃສ ແລະ ສາມາດກວດສອບໄດ້ ໂດຍການພັດທະນາເວັບໄຊ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ມີຊື່ວ່າ: ppmd.mof.gov.la ພ້ອມປະກາດໃຊ້ເປັນທາງການນັບຈາກວັນນີ້ເປັນຕົ້ນໄປ.

# ຂ່າວ – ພາບ : ບຸນມີ

error: Content is protected !!