ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນລາວຫຼາຍກວ່າ 1.000 ຄົນ

ທ່ານ ສີສະຫວາດ ສຸດທາລະນີໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 21 ເມສາ 2022 ໃຫ້ຮູ້ວ່າ ວັນທີ 20 ເມສາ ທົ່ວປະເທດໄດ້ກວດວິເຄາະທັງໝົດ 3.035 ຕົວຢ່າງ ພົບເຊື້ອທັງໝົດ 1.003 ຄົນ (ຕິດເຊື້ອພາຍໃນ 988 ຄົນ ແລະ ນໍາເຂົ້າ 15 ຄົນ) ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 203.517 ຄົນ  ອອກໂຮງໝໍໃໝ່ 190 ຄົນ ກຳລັງປິ່ນປົວ 1.758 ຄົນ ເສຍຊີວິດສະສົມທັງໝົດ 730 ຄົນ.

     ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ 988 ຄົນ ມາຈາກບັນດາແຂວງຄື

  • ນະຄອນຫຼວງວຽງຈັນ (ນວ) 602 ຄົນ
  • ສະຫວັນນະເຂດ 79 ຄົນ
  • ວຽງຈັນ 61 ຄົນ
  • ໄຊຍະບູລີ 30 ຄົນ
  • ຜົ້ງສາລີ 25 ຄົນ
  • ຄຳມ່ວນ 23 ຄົນ
  • ອັດຕະປື 22 ຄົນ
  • ສາລະວັນ 21 ຄົນ
  • ບໍລິຄຳໄຊ 18 ຄົນ
  • ຫຼວງພະບາງ 18 ຄົນ
  • ອຸດົມໄຊ 16 ຄົນ
  • ເຊກອງ 14 ຄົນ
  • ຈຳປາສັກ 13 ຄົນ
  • ຊຽງຂວາງ 11 ຄົນ
  • ຫົວພັນ 11 ຄົນ
  • ບໍ່ແກ້ວ 10 ຄົນ
  • ໄຊສົມບູນ 10 ຄົນ
  • ຫຼວງນ້ຳທາ 4 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 15 ຄົນ ຈາກຈໍາປາສັກ 5 ຄົນ ນວ 6 ຄົນ ແລະ ສະຫວັນນະເຂດ 4 ຄົນ. ໃນໄລຍະທີ່ມີການແຜ່ລະບາດຂອງສາຍພັນໂອມິຄຣອນ ສະແດງໃຫ້ເຫັນວ່າ ຄົນເຈັບມີອາການໜັກ ແລະ ຈຳນວນຜູ້ເສຍຊີວິດເພິ່ມສູງຂຶ້ນ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດເພິ່ມຂຶ້ນຢ່າງໄວວາ ສ່ວນໃຫຍ່ ຜູ້ເສຍຊີວິດເປັນຄົນທີ່ບໍ່ທັນໄດ້ຮັບການສັກວັກຊີນ ຫຼື ສັກບໍ່ຄົບທຸກເຂັມທີ່ແນະນຳ ຍັງມີກຸ່ມຄົນຈຳນວນໜຶ່ງຫຼາຍສົມຄວນທີ່ບໍ່ເຄີຍໄດ້ຮັບການສັກວັກຊີນ ຫຼື ສັກບໍ່ຄົບທຸກເຂັມທີ່ແນະນຳ ຈຳນວນຜູ້ທີ່ໄດ້ຮັບວັກຊີນເຂັມກະຕຸ້ນຍັງບໍ່ທັນຮອດຄາດໝາຍທີ່ວາງໄວ້ ໂດຍສະເພາະ ຜູ້ສູງອາຍຸ ຜູ້ທີ່ມີພະຍາດປະຈຳໂຕ ປັດຈຸບັນ ທົ່ວປະເທດ ່ສັກວັກຊີນເຂັມ 1 ໄດ້ 5.756.373 (ກວມເອົາ 78,45%) ແລະ ທຸກເຂັມທີ່ແນະນໍາ 4.774.239 (ກວມເອົາ 65,06%).

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!