ສ້າງ​ຄວາມ​​ເຂັ້ມ​ແຂງ​ໃນການ​ເປັນ​ເສນາ​ທິການໃຫ້ພະນັກງານ-ລັດຖະກອນ

    ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຈັດເຝິກອົບຮົມການສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ພາຍໃນ ສປ ນວ ແລະ ຄະນະຊ່ວຍວຽກຂອງຄະນະສະມາຊິກ ສປ ນວ ປະຈຳເຂດເລືອກຕັ້ງເມືອງ ທົ່ວ ນວ ຂຶ້ນວັນທີ 20-22 ເມສາ 2022 ຢູ່ແຂວງວຽງຈັນ ໂດຍເປັນປະທານຂອງທ່ານນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ສປ ນວ ມີທ່ານ ບຸນທາມ ພຸດທະວົງສາ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ຮອງປະທານ ສປ ນວ ພ້ອມດ້ວຍກຳມະການຄະນະປະຈຳ ສປ ນວ ຮອງປະທານຄະນະກຳມະການ ສປ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ ລຳພອຍ ສີອັກຄະຈັນ ກ່າວວ່າ: ຈຸດປະສົງຂອງຊຸດເຝິກ​ອົບຮົມ​ຄັ້ງ​ນີ້ ​ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການເປັນເສນາທິການດ້ານຕ່າງໆແກ່ພະນັກງານວິຊາການໃຫ້​ມີ​ປະສິດທິຜົນເພີ່ມ​ຂຶ້ນ ທັງ​ຢູ່​ໃນ​ໄລຍະ​ທີ່​ພວກ​ເຮົາກໍາລັງ​ກະກຽມກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 3 ຂອງ​ ສປ ນວ ຊຸດ​ທີ II ການເຝິກອົບຮົມກ່ຽວກັບການປະຕິບັດພາລະບົດບາດການເປັນເສນາທິການໃຫ້ສະພາປະຊາຊົນ ຈຶ່ງ​ມີ​ຄວາມ​ສໍາຄັນ​​ຢ່າງ​ຍິ່ງ ​ແລະ ​ເປັນ​ໂອກາດ​ດີທີ່​ຈະໄດ້ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ແລກປ່ຽນຄວາມ​ຄິດ​ເຫັນ​​ເຊິ່ງກັນ ​ແລະ ກັນ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ.

    ການປະຕິບັດພາລະບົດບາດເປັນເສນາທິການ​ຮອບດ້ານໃຫ້ສະພາປະຊາຊົນ ເປັນຕົ້ນ ການກະກຽມເນື້ອໃນກອງປະຊຸມຂອງສະພາປະຊາຊົນ ການຄົ້ນຄວ້າ ວິເຄາະ-ວິໄຈບັນຫາ ເພື່ອສະໜອງຂໍ້​ມູນ-ຂ່າວສານ​ໃຫ້​​ການ​ນໍາ​ ສປ ນວ ໃນໄລຍະຜ່ານມາ ມີ​ຫຼາຍ​ດ້ານ​ທີ່​ມີ​ການ​ຫັນປ່ຽນຢ່າງ​ຕັ້ງໜ້າ ແລະ ​ໄດ້​ຮັບ​ປະສິດທິ​ຜົນ​ເປັນ​ກ້າວໆ ​ສະ​ແດງ​ອອກ ການ​ດໍາ​ເນີນ​ກອງ​ປະຊຸມຂອງສະພາປະຊາຊົນ ແລະ ກອງ​ປະຊຸມ​ຄະນະ​ປະຈໍາ​ ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສໍາ​ເລັດ​ຕາມຄາດໝາຍທີ່ວາງໄວ້ ​ຄຽງຄູ່​ກັບ​ຜົນ​ສໍາ​ເລັດ​ດັ່ງ​ກ່າວ ການ​ປະຕິບັດ​ພາລະບົດບາດຂອງ​​​ເສນາ​ທິການຈໍານວນໜຶ່ງຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ບັນຫາ ​ແລະ ​ບໍ່ທັນ​ກໍາ​ແໜ້ນ​ໄດ້ ​ເຖິງ​ພາລະ​ບົດບາດຂອງສະພາປະຊາຊົນ ທີ່ໄດ້ກໍານົດໄວ້ໃນກົດໝາຍສະພາປະຊາຊົນຂັ້ນແຂວງ ເວົ້າສະ ເພາະພາລະບົດບາດຂອງບັນດາກົງຈັກການຈັດຕັ້ງພາຍໃນຂອງສະພາປະຊາຊົນທີ່ຕົນຮັບຜິດຊອບ ເຮັດໃຫ້ການເຄື່ອນໄຫວວຽກງານບາງດ້ານຊັກຊ້າ ການຂຽນເອກະສານບໍ່ທັນລະອຽດ ໂດຍສະເພາະການ​ສ້າງ​ເອກະສານທາງລັດຖະການ ການ​ບັນທຶກ ການ​ສ້າງແຜນການ ການສະຫຼຸບສັງ​ລວມ ແລະ ການວິ​ເຄາະ-​ວິ​ໄຈບັນຫາຕໍ່ຜົນຂອງການຕິດຕາມກວດກາ ບັນດາເນື້ອໃນທີ່ນໍາເຂົ້າພິຈາລະນາໃນກອງປະຊຸມຂອງສະພາປະຊາຊົນຍັງບໍ່ທັນລະອຽດ ເລິກເຊິ່ງ ການສະແດງທັດສະນະວິຊາການຕໍ່ເນື້ອໃນຕ່າງໆຍັງມີໜ້ອຍ.

    ຊຸດເຝິກ​ອົບຮົມ​ຄັ້ງນີ້​ ຈະ​ໄດ້​ແລກປ່ຽນຄໍາ​ຄິດ​ເຫັນ ​ແລະ ສ້າງ​ຄວາມ​ເປັນ​ເອກະ​ພາບຕໍ່​ເນື້ອ​ໃນ ຄື: ບົດຮຽນ ແລະ ວິທີການຂຽນແຜນການລົງຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ບົດຮຽນ ແລະ ວິທີການຂຽນແຜນການລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ບົດຮຽນ ແລະ ວິທີການຂຽນແຜນການ ລົງຕິດຕາມກວດກາຄໍາຮ້ອງທຸກ ແລະ ຄໍາສະເໜີຂອງປະຊາຊົນ ບົດຮຽນການຕິດຕາມກວດກາວຽກງານ ໃນຂົງເຂດເສດຖະກິດ ຄວາມຮູ້ພື້ນຖານດ້ານພິທີການ ແລະ ມາລະຍາດທາງສັງຄົມ ຄວາມຮູ້ພື້ນຖານໃນການບໍາລຸງຮັກສາ ແລະ ການແກ້ໄຂບັນຫາເບື້ອງຕົ້ນໃນການນໍາໃຊ້ອຸປະກອນໄອທີພາຍໃນຫ້ອງການ ແລະ ເຜີຍແຜ່ມະຕິຂອງຄະນະປະຈໍາ ສປ ນວ ສະບັບເລກທີ 066/ຄປຈ ລົງວັນທີ 13 ສິງຫາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກ ສປ ນວ ປະຈໍາເຂດເລືອກຕັ້ງເມືອງ.

ຂ່າວ – ພາບ : ສະບາໄພ

error: Content is protected !!