ລາວ-ກູບາ ເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ

    ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ພົບປະທາງໄກ ກັບທ່ານ ນາງ ຢາມີລາ ພີນາ ໂອຈີດາ ຫົວໜ້າອົງການໄອຍະການສູງສຸດແຫ່ງສາທາລະນະລັດ ກູບາ ພ້ອມຄະນະ ໃນວັນທີ 20 ເມສາ 2022  ເພື່ອເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນ ລະຫວ່າງສອງປະເທດ.

    ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືວຽກງານໄອຍະການປະຊາຊົນຂອງສອງປະເທດ ໂດຍໄດ້ລົງນາມບົດບັນທຶກຊ່ວຍຈຳຮ່ວມກັນປີ 2018 ທີ່ນະຄອນຫຼວງຮາວານາ ສາທາລະນະລັດກູບາ ລົງນາມໂຄງການຮ່ວມມືວຽກງານໄອຍະການປະຊາຊົນປີ 2019-2020 ທີ່ ນະຄອນຫຼວງວຽງຈັນ ເຊິ່ງໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ການແລກປ່ຽນບົດຮຽນວຽກງານໄອຍະການປະຊາຊົນ ການສະໜອງຂໍ້ມູນຂ່າວສານກົດໝາຍມີຜົນສຳເລັດເປັນຢ່າງດີ ພ້ອມນີ້ ສອງຝ່າຍໄດ້ລົງນາມໂຄງການຮ່ວມມື ໃນລະຫວ່າງປີ 2022-2023 ໂດຍກໍານົດໃຫ້ຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມສາທາລະນະລັດກູບາ ແລະ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບວິທະຍາສາດທາງອາຍາ ຄັ້ງທີ 15 ປະຈໍາປີ 2023 ແລະ ກອງປະຊຸມກ່ຽວກັບນິຕິທໍາກົດໝາຍ ແລະ ສັງຄົມ ຄັ້ງທີ 3 ການຢ້ຽມຢາມຂອງຄະນະວິຊາການ ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາ ການເຝິກອົບຮົມ ການແລກປ່ຽນບົດຮຽນກ່ຽວກັບກົດໝາຍ ການຕິດຕາມກວດກາການປະຕິບັດກົດໝາຍ ການສັ່ງຟ້ອງ ອາຊະຍາກຳຕ່າງໆ ການກໍ່ສ້າງພະນັກງານໄອຍະການ ເຊິ່ງເປັນການເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນຂອງສອງປະເທດ ເຮັດໃຫ້ວຽກງານໄອຍະການຂອງ ສປປ ລາວ ພັດທະນາດີຂຶ້ນເປັນກ້າວໆ ຮັບປະກັນການປະຕິບັດໜ້າທີ່ວຽກງານໄອຍະການມີປະສິດທິພາບ ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ລວມໝູ່ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ເພີ່ມທະວີການພົວພັນ-ຮ່ວມມື ລະຫວ່າງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດແຫ່ງ ສາທາລະນະລັດກູບາໃຫ້ນັບມື້ກ້າວສູ່ລວງເລິກ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ແລະ ເພີ່ມທະວີການຮ່ວມມືທາງດ້ານກົດໝາຍ ຕ້ານອາຊະຍາກໍາຂ້າມຊາດ ເຮັດໃຫ້ສອງປະເທດລາວ-ກູບາ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ຕາມທິດສັງຄົມນິຍົມ.

   ໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນມູນເຊື້ອການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສ ກູບາ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ສອງປະເທດໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ທີ່ມີແຕ່ດົນນານນັ້ນໃຫ້ນັບມື້ນັບຮັດແໜ້ນຢ່າງບໍ່ຢຸດຢັ້ງ.

     .# ຂ່າວ – ພາບ : ເພັດສະໝອນ

error: Content is protected !!