ຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ຜ່ານການຢັ້ງຢືນ GMP/HACCP

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເປີດການຈັດຕັ້ງປະຕິບັດໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກໍາ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ (Enhancing Competitiveness of Agri-Business Sector Through Certification of GMP and HACCP) ແລະ ຄັດເລືອກບໍລິສັດ/ໂຮງງານ ເພື່ອເປັນຕົວແບບດ້ານ GMP/HACCP ໃຫ້ໄດ້ຮັບການຢັ້ງຢືນ ຂຶ້ນວັນທີ 20 ເມສາ 2022 ຢູ່ແຂວງຫຼວງນໍ້າທາ ໂດຍເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ມີຜູ້ຕາງໜ້າຈາກຂະແໜງການຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂຄງການດັ່ງກ່າວ ແມ່ນກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຜູ້ປະກອບກິດຈະການເປັນຜູ້ຈັດຕັ້ງປະຕິບັດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ 3 ແຂວງ ຄື: ຫຼວງນໍ້າທາ ຈໍາປາສັກ ແລະ ສາລະວັນ ຈຸດປະສົງຫຼັກ ເພື່ອສ້າງບຸຄະລາກອນຂອງແຂວງໃຫ້ເປັນຊ່ຽວຊານດ້ານທີ່ປຶກສາ GMP/HACCP ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການຂອງແຂວງ  ໂດຍສະເພາະຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ໄດ້ຮັບການປັບປຸງດ້ານຜະລິດຕະພາບ (Productivity) ແລະ ການຍົກລະດັບມາດຕະຖານຜະລິດຕະພາບໃຫ້ໄດ້ຮັບ GMP/HACCP ລະບົບການຢັ້ງຢືນດັ່ງກ່າວ ຍັງຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງມູນຄ່າເພີ່ມໃຫ້ການຜະລິດສິນຄ້າເພື່ອສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນແຂວງ ແລະ ສົ່ງເສີມການສົ່ງອອກໃນຕໍ່ໜ້າ ໂຄງການນີ້ ໄດ້ຮັບການສະໜັບສະໜູນໂດຍກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍຜ່ານກົມເສດຖະກິດ ກະຊວງການຕ່າງປະເທດ ມູນຄ່າ 138.000 ໂດລາສະຫະລັດ.

    ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: GMP/HACCP ມີຄວາມຈໍາເປັນສໍາລັບພາກທຸລະກິດ ໂດຍສະເພາະທຸລະກິດທີ່ເຮັດການຜະລິດ ແລະ ປຸງແຕ່ງອາຫານ ເພື່ອສ້າງຄວາມໝັ້ນໃຈໃຫ້ລູກຄ້າວ່າອາຫານທີ່ເຂົາເຈົ້າຊື້ໄປບໍລິໂພກນັ້ນ ໄດ້ຮັບການຜະລິດ-ປຸງແຕ່ງຕາມຂັ້ນຕອນທີ່ຖືກຕ້ອງ ແລະ ມີຄວາມປອດໄພ ຫຼາຍປະເທດໃນໂລກໄດ້ກໍານົດເປັນລະບຽບວ່າ ຕ້ອງໄດ້ຮັບການຢັ້ງຢືນມາດຕະຖານຕ່າງໆ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ກອງປະຊຸມຄັ້ງນີ້ ນອກຈາກເປັນການເປີດໂຄງການໃໝ່ເປັນທາງການແລ້ວ ຍັງຈະໄດ້ປຶກສາຫາລື ແລະ ຢືນຢັນກັບບັນດາຫົວໜ່ວຍທຸລະກິດທີ່ຈະເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການຕື່ມອີກ ເຊິ່ງໃນຂັ້ນຕອນການກະກຽມໂຄງການຜ່ານມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ປະສານກັບແຂວງຫຼວງນໍ້າທາ ແລະ ໄດ້ຂໍ້ມູນວ່າມີ 3 ຫົວໜ່ວຍທຸລະກິດຢູ່ພາຍໃນແຂວງ ໃຫ້ຄວາມສົນໃຈເຂົ້າຮ່ວມໂຄງການ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!