ທ່ານ ຟານ ຫວຽດເກືອງ ກຳມະການສູນການພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ເຄື່ອນໄຫວເຮັດວຽກຢູ່ໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ ເມືອງທ່າແຕງ ແຂວງເຊກອງ ວັນທີ 12 ເມສາ ຜ່ານມາ ໂດຍມີທ່ານ ຄຳສອນ ກອນເຍີ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງເຊກອງ ທ່ານ ສົມເພັດ ເອີດລັດດາ ເລຂາພັກເມືອງ ເຈົ້າເມືອງທ່າແຕງ ແລະ ທ່ານ ຫງຽນວັນຫວຽດ ປະທານບໍລິສັດ-ໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ.

ຈຸດປະສົງການເຄື່ອນໄຫວຢ້ຽມຢາມໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ ຂອງທ່ານ ຟານ ຫວຽດເກືອງ ຄັ້ງນີ້ ເພື່ອເພີ່ມທະວີການຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືຮອບດ້ານ ບົນຫຼັກການສະເໝີພາບ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ພ້ອມທັງຖືໂອກາດດັ່ງກ່າວ ອວຍພອນປີໃໝ່ລາວ ພສ 2565 ໃຫ້ພະນັກການນຳແຂວງເຊກອງ ເມືອງທ່າແຕງ ກໍຄືໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ໃຫ້ມີສຸຂະພາບເຂັ້ມແຂງ ສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງ ນຳພາປະຊາຊົນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
ທ່ານ ຫງຽນວັນຫວຽດ ກ່າວວ່າ: ໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ ສ້າງຕັ້ງປີ 2018 ເປີດໂຮງງານຜະລິດໃນທ້າຍປີ 2019 ແລະ ເປີດທໍາການຜະລິດແປ້ງມັນຕົ້ນ ຕົ້ນປີ 2020 ເປັນຕົ້ນມາ ໂດຍມີກໍາລັງການຜະລິດ 660 ແຮງມ້າ ຜະລິດມັນຕົ້ນດິບໄດ້ 700 ໂຕນຕໍ່ວັນ ໄດ້ແປ້ງມັນຕົ້ນ 245 ໂຕນ ໃນນີ້ ມັນຕົ້ນດິບ 1.000 ໂຕນ ໃຫ້ຜົນຜະລິດ ຫຼື ສາມາດຜະລິດເປັນແປ້ງມັນຕົ້ນສະເລ່ຍ 350 ໂຕນ ໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ ເປັນໂຮງງານໜຶ່ງທີ່ສ້າງຕັ້ງຂຶ້ນບົນພື້ນຖານໂຄງລ່າງທີ່ສໍາຄັນຂອງແຂວງເຊກອງ ແລະ ເປັນຜູ້ສົ່ງອອກຜະລິດຕະພັນແປ້ງມັນຕົ້ນທີ່ຫຼາຍທີ່ສຸດໃນແຂວງເຊກອງ ໂດຍມີການຈັດສັດສ່ວນການສົ່ງອອກສະເລ່ຍ 100% ຂອງການສົ່ງອອກທັງໝົດ ໃນປີ 2020-2021 ປະລິມານການຜະລິດ ແລະ ການສົ່ງອອກຂອງໂຮງງານປຸງແຕ່ງມັນຕົ້ນຄູນມີໄຊ ຈໍາກັດຜູ້ດຽວ ຈຶ່ງມີຜົນຫຼາຍຕໍ່ສະຖານະການ ການຄ້າຜະລິດຕະພັນແປ້ງມັນຕົ້ນໃນຕະຫຼາດອາຊຽນ ໂດຍປະເທດທີ່ນໍາເຂົ້າ ປະກອບມີ ຫວຽດນາມ ຈີນ ໄທ ມຽນມາ ອິນໂດເນເຊຍ ບຣູໄນ ກໍາປູເຈຍ ຟີລິບປິນ ມາເລເຊຍ ສິງກະໂປ ແລະ ລາວ.

# ຂ່າວ – ພາບ : ສະບາໄພ