ຈັດຕັ້ງປະຕິບັດການຮຽນ-ການສອນປະຖົມນິເທດ ນັກສຶກສາປະລິນຍາຕີ ວິທະຍາສາດສາທາລະນະສຸກ

    ພິທີເປີດປະຖົມນິເທດ ນັກສຶກສາປະລິນຍາຕີ ວິທະຍາສາດສາທາລະນະສຸກ ຮຸ່ນທີ 1 ສົກສຶກສາ 2021-2022 ຂອງຄະນະສາທາລະນະສຸກສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ວັນທີ 20 ເມສາ 2022 ທີ່ ມວສ ວິທະຍາເຂດເພຍວັດ ເປັນປະທານຂອງທ່ານ ບຸນຖົມ ຊາມຸນຕີ ອະທິການບໍດີ ມວສ ມີຮອງຫົວໜ້າກົມ ຫົວໜ້າ ຮອງຫົວໜ້າຫ້ອງການວິຊາການ ສະຖາບັນ ພາກວິຊາ ພະແນກ ແລະ ນັກສຶກສາເຂົ້າຮ່ວມ.

    ຄະນະສາທາລະນະສຸກ ລິເລີ່ມພັດທະນາຫຼັກສູດປະລິນຍາຕີ ວິທະຍາສາດສາທາລະນະສຸກປີ 2018 ແລະ ຫຼັກສູດດັ່ງກ່າວໄດ້ຖືກຮັບຮອງຈາກກະຊວງສຶກສາທິການ ແລະ ກີລາໃນປີ 2021 ເຊິ່ງເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນໃນປີ 2022 ໂດຍຫຼັກສູດນີ້ ມີຈຸດປະສົງເພື່ອພັດທະນາວຽກງານສາທາລະນະສຸກ ໂດຍສະເພາະ ວຽກງານການຮັກສາສຸຂະພາບຂັ້ນຕົ້ນ ທີ່ເປນປັດໄຈສໍາຄັນໃນການສົ່ງເສີມສຸຂະພາບ ແລະ ວຽກງານປ້ອງກັນການລະບາດຂອງພະຍາດ.

    ຜ່ານມາ ຄະນະສາທາລະນະສຸກສາດ ໄດ້ຈັດຕັ້ງປະຕິບັດຫຼັກສູດປະລິນຍາໂທສາທາລະນະສຸກສາດ ສາຂາບໍລິຫານສາທາລະນະສຸກເລີ່ມແຕ່ປີ 2005 ໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກໂຄງການ Rockefeller ແລະ China Medical Board ປັດຈຸບັນ ມີນັກສຶກສາປະລິນຍາໂທສາທາລະນະສຸກສາດສາຂາບໍລິຫານສາທາລະນະສຸກຮຸ່ນທີ 14 ສາຂາໂພຊະນາການ ແລະ ສາຂາລະບາດວິທະຍາຮຸ່ນທີ 4.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!