ຄຈສພ ຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ

ວັນທີ  19 ເມສາ 2022 ທີ່ຄະນະຈັດຕັ້ງສູນກາງພັກ (ຄຈສພ)  ໄດ້ຈັດກອງປະຊຸມສະຫຼຸບແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຄະນະຈັດຕັ້ງສູນກາງພັກ ແລະ ປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 67 ປີ (25/3/1955-25/3/2022) ໂດຍເປັນປະທານຂອງສະຫາຍນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ  ຫົວໜ້າ ຄຈສພ  ມີຮອງຫົວໜ້າ ຄຈສພ  ມີຄະນະພັກ ຄະນະໜ່ວຍພັກບັນດາກົມ ແລະ ສະມາຊິກພັກເຂົ້າຮ່ວມ.

    ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໂດຍໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອວາງທິດທາງແຜນການໃນຕໍ່ໜ້າ ຜ່ານການຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກຈາກ 8 ໜ່ວຍພັກ ສາມາດຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ  ໜັກແໜ້ນ ໄດ້ 8 ໜ່ວຍພັກຄື:

  1. ໜ່ວຍພັກກົມກໍ່ສ້າງພັກ
  2. ໜ່ວຍພັກກົມກໍ່ສ້າງພະນັກງານ
  3. ໜ່ວຍພັກກົມຈັດຕັ້ງ-ພະນັກງານ
  4. ໜ່ວຍພັກກົມຄຸ້ມຄອງພະນັກງານ
  5. ໜ່ວຍພັກກົມປ້ອງກັນພັກ-ພະນັກງານ
  6. ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ
  7. ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ
  8. ໜ່ວຍພັກຫ້ອງການ

    ໃນກອງປະຊຸມຄັ້ງນີ້ ຍັງໄດ້ຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ທີ່ເປັນສະມາຊິກພັກປະເພດແຂງ 109 ສະຫາຍ ຍິງ 47 ສະຫາຍ ເທົ່າກັບ 91% ປະເພດກາງ 13 ສະຫາຍ ຍິງ 8 ສະຫາຍ ເທົ່າກັບ 8,95%.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!