ສະຫຼຸບການຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ

ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄື່ອຂ່າຍກະສິກໍາ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າມໄມ້ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າ (ມັນຕົ້ນ ແລະ ສາລີ) ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂຶ້ນວັນທີ 19 ເມສາ 2022 ທີ່ພະແນກດັ່ງກ່າວ ເປັນປະທານຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ມີທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ຫ້ອງການກະສິກໍາ ແລະ ປ່າໄມ້ 4 ເມືອງ ຂະແໜງການ ຜູ້ປະກອບການ ກຸ່ມຜະລິດມັນຕົ້ນສາລີ ແລະ ທີມງານໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກໍາ.

    ທ່ານ ຫຼ້າສາຍ ນວນທາສິງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທາງດ້ານວິຊາການ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກ ນວ ແຜນການພັດທະນາເສດຖະກິດສັງຄົມ ຄັ້ງທີ 9 ຂອງ ນວ ການຜັນຂະຫຍາຍຂໍ້ຕົກລົງ 99/ຍນ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງພະແນກກະສິກຳ ແລະ ປ່າໄມ້ ສະບັບເລກທີ 3426/ກປ.ນວ ຊຸກຍູ້ການຜະລິດພືດເປັນສິນຄ້າ ໂດຍສະເພາະ ສາລີອາຫານສັດ 89.000 ໂຕນ ມັນຕົ້ນ 90.000 ໂຕນ ເພື່ອສະໜອງໃຫ້ຕະຫຼາດ ໂຮງງານປຸງແຕ່ງຫົວອາຫານສັດ ຟາມລ້ຽງສັດ ແລະ ໂຮງງານອື່ນທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍສະເພາະມັນຕົ້ນແຫ້ງ ແປ້ງມັນຕົ້ນໄປປະເທດໄທ ຫວຽດນາມ ແລະ ສປ ຈີນ ນອກນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ເພື່ອຊອກຫາກົນໄກນະໂຍບາຍ ແນວທາງໃນການຊຸກຍູ້ສົ່ງເສີມ ເພື່ອໃຫ້ 2 ພືດດັ່ງກ່າວໄດ້ມີການຂະຫຍາຍຕົວໄປພ້ອມກັນ.

    ສະເພາະການຜະລິດສາລີ ແລະ ມັນຕົ້ນຢູ່ນະຄອນຫຼວງວຽງຈັນຜ່ານມາ ເປັນຂະບວນການຟົດຟື້ນ ແລະ ແຂງແຮງ ສົມທົບຊຸກຍູ້ການປູກສາລີໄດ້ 3.234 ໂຕນ ມັນຕົ້ນ 100.555 ໂຕນ ຜ່ານມາ ຖ້າທຽບໃສ່ຄວາມຕ້ອງການຂອງການນໍາໃຊ້ສາລີ 129.000 ໂຕນ ແລະ ມັນຕົ້ນ 385.000 ໂຕນ ແມ່ນຍັງບໍ່ສາມາດສະໜອງໄດ້ ຕ້ອງໄດ້ມີການຟື້ນເສດຖະກິດກັບແຂວງອ້ອມຂ້າງ ເຖິງຢ່າງໃດກໍຕາມ ການປູກພືດເປັນສິນຄ້າໄດ້ມີການປະສານສົມທົບກັບພາກສ່ວນຜູ້ປະກອບການ ແລະ ກຸ່ມການຜະລິດຢ່າງເປັນແບບເຊັ່ນ: ຮ່ວມກັບບໍລິສັດຊີພີ-ລາວ ບໍລິສັດ ຄວາມຫວັງໃໝ່ ບໍລິສັດ ອິນໂດຊາຍນາ ບໍລິສັດ ກຣິນພືດ ແລະ ບໍລິສັດອື່ນໆຢູ່ໃນ 4 ເມືອງເປົ້າໝາຍເຊັ່ນ: ເມືອງໄຊທານີ ນາຊາຍທອງ ສັງທອງ ແລະ ປາກງື່ມ ເຊິ່ງນະຄອນຫຼວງວຽງຈັນ ຍັງມີທ່າແຮງບົ່ມຊ້ອນຫຼາຍດ້ານ ເປັນຕົ້ນພື້ນທີ່ການຜະລິດ ດິນ ນໍ້າ ໂຮງງານຕ່າງໆຢູ່ໃນນະຄອນຫຼວງວຽງຈັນເປັນສ່ວນໃຫຍ່ ນອກຈາກໄດ້ຮັບການສະໜັບສະໜູນຮ່ວມກັບພາກສ່ວນຜູ້ປະກອບການໃນແຜນການ 2+3 ແລະ 4+1 ແລ້ວ ຍັງມີການຮ່ວມມືກັບກົມປູກຝັງ ໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກໍາ (CLEAN) ທີ່ຈັດຕັ້ງປະຕິບັດຢູ່ໃນ 3 ເມືອງ ສາມາດສ້າງຕັ້ງກຸ່ມໄດ້ 24 ກຸ່ມ ຈໍານວນ 819 ຄອບຄົວ 1.205 ເຮັກຕາ ແລະ ໄດ້ຮັບການຊຸກຍູ້ການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນແຂວງ ແລະ ຂັ້ນເມືອງ ແລະ ກຸ່ມການຜະລິດ ພ້ອມທັງເຄື່ອງຊ່ວຍເຫຼືອຮັບໃຊ້ການຜະລິດໃນມູນຄ່າຫຼາຍກວ່າ 153 ລ້ານກີບ.

    ເຖິງວ່າການປູກພືດເປັນສິນຄ້ານະຄອນຫຼວງວຽງຈັນ ເປັນຕົ້ນມີຈຸດສ່ຽງນີ້ ໃນປີ 2021 ມີເນື້ອທີ່ 4.126 ເຮັກຕາ ຜົນຜະລິດ 100.555 ໂຕນ ມີມູນຄ່າຫຼາຍກວ່າ 93,5 ຕື້ກີບ ເຫັນວ່າເນື້ອທີ່ສາລີອາຫານສັດ ຫຼຸດລົງເຫຼືອປະມານ 634 ເຮັກຕາ ຜົນຜະລິດ 3.234 ເຮັກຕາ ມູນຄ່າ 8,79 ຕື້ກີບ ແຕ່ກົງກັນຂ້າມຄວາມຕ້ອງການຕະຫຼາດພາຍໃນ ເພື່ອປ້ອນໂຮງງານອາຫານສັດ ແລະ ຟາມລ້ຽງສັດແມ່ນເພີ່ມຂຶ້ນ ການລົງທຶນຂອງຜູ້ປະກອບການໂຮງງານອາຫານສັດ ຖ້າທຽບໃສ່ຄວາມຕ້ອງການແມ່ນມີໜ້ອຍ ເປັນຕົ້ນ ການຊຸກຍູ້ສົ່ງເສີມ ການນຳໃຊ້ເຕັກນິກໃໝ່ ການເກັບຊື້ ແລະ ໂຮງງານຕ່າງໆຍັງບໍ່ຂະຫຍາຍຕົວເທົ່າທີ່ຄວນ ການຄວບຄຸມລາຄາສິນຄ້າ ແລະ ການສົ່ງອອກຍັງບໍ່ທັນສູງ.

#  ພາບ-ຂ່າວ​: ຂັນທະວີ

error: Content is protected !!