ມື້ນີ້ມີຄົນເສຍຊີວິດໃໝ່ 3 ຄົນ ຈາກພະຍາດໂຄວິດ-19 ທັງໝົດຈາກນະຄອນຫຼວງວຽງຈັນ

ປັດຈຸບັນ ສະພາບການລະບາດເຊື້ອພະຍາດໂຄວິດ-19 ໃນຫຼາຍປະເທດ ລວມທັງບັນດາປະເທດອ້ອມຂ້າງຂອງ ສປປ ລາວ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ສູງໃນແຕ່ລະວັນ ແລະ ສາຍພັນທີ່ກຳລັງລະບາດກໍຍັງແມ່ນສາຍພັນໂອມິຄຣອນ ເຊິ່ງເປັນສາຍພັນທີ່ສາມາດຕິດຕໍ່ໄດ້ໄວທີ່ສຸດ ດັ່ງນັ້ນ ພວກເຮົາຍັງຕ້ອງໄດ້ຕິດຕາມເຝົ້າລະວັງສະພາບການລະບາດຂອງພະຍາດຢ່າງໃກ້ຊິດ.

    ສຳລັບ ສປປ ລາວ ກໍຍັງມີລາຍງານຜູ້ຕິດເຊື້ອໃນແຕ່ລະວັນ ພ້ອມດຽວກັນ ກໍເຫັນວ່າຕົວເລກລາຍງານຜູ້ຕິດເຊື້ອໃໝ່ໃນປະເທດກໍແມ່ນເພີ່ມຂຶ້ນກ່ອນງານສະຫຼອງບຸນປີໃໝ່ລາວ ພສ 2565 ຈາກຫຼັກຮ້ອຍ ເຂົ້າສູ່ຕົວເລກຫຼັກພັນ ພາຍຫຼັງສິ້ນສຸດບຸນປີໃໝ່ລາວ ເຊິ່ງປັດໄຈທີ່ສຳຄັນກໍແມ່ນມາຈາກການສະຫຼອງບຸນປີໃໝ່ລາວ ພາຍໃນຄອບຄົວ ແລະ ຊຸມແຊວກັນເປັນກຸ່ມຂອງໝູ່ເພື່ອນຍາດຕິພີ່ນ້ອງ.

    ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 20 ເມສາ 2022 ທີ່ກະຊວງສາທາລະນະສຸກ. ໃນວັນທີ 19 ເມສາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 3.275 ຕົວຢ່າງ ໃນນັ້ນ ກວດພົບເຊື້ອຈຳນວນ 1.082 ຄົນ ເປັນການຕິດເຊື້ອພາຍໃນ 1.062 ຄົນ  ແລະ ນໍາເຂົ້າ 20 ຄົນ  ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 1.062 ຄົນ ມີລາຍລະອຽດດັ່ງຕໍ່ໄປນີ້:

  • ນະຄອນຫຼວງວຽງຈັນ 726 ຄົນ
  • ແຂວງວຽງຈັນ 44 ຄົນ
  • ຫຼວງພະບາງ 43 ຄົນ
  • ສະຫວັນນະເຂດ 38 ຄົນ
  • ໄຊຍະບູລີ 36 ຄົນ
  • ຫົວພັນ 33 ຄົນ
  • ອຸດົມໄຊ 25 ຄົນ
  • ອັດຕະປື 22 ຄົນ
  • ຄຳມ່ວນ 19 ຄົນ
  • ຜົ້ງສາລີ 17 ຄົນ
  • ເຊກອງ ບໍລິຄຳໄຊ ແຂວງລະ 12 ຄົນ
  • ຈຳປາສັກ ຊຽງຂວາງ ໄຊສົມບູນ ແຂວງລະ 8 ຄົນ
  • ບໍ່ແກ້ວ 6 ຄົນ
  • ແຂວງສາລະວັນ 5 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າຈຳນວນ 20 ຄົນ ຈາກແຂວງຈໍາປາສັກ 10 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ສະຫວັນນະເຂດ 4 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ. ປັດຈຸບັນ ຢູ່ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 202.514 ຄົນ ອອກໂຮງໝໍວັນທີ 19 ເມສາ 2022 ຈຳນວນ 169 ຄົນ ກຳລັງປິ່ນປົວ 1.784 ຄົນ ແລະ ເສຍຊີວິດທັງໝົດ 730 ຄົນ (ເສຍຊີວິດໃໝ່ 3 ກໍລະນີ ທັງໝົດຈາກນະຄອນຫຼວງວຽງຈັນ). ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງ ໝົດ 505.725179 ຄົນ (ໃໝ່ 562.769 ຄົນ) ເສຍຊິວິດ 6.227.044 ຄົນ (ໃໝ່ 1.955 ຄົນ) ປີ່ນປົວຫາຍດີ 457.648.414 ຄົນ (ໃໝ່ 1.131.768 ຄົນ)

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!